ຖະແຫຼງການຮ່ວມ ຫວຽດນາມ - ໂອຕາຣິດ

(VOVWORLD) - 2 ຝ່າຍຢັ້ງຢືນຄວາມສຳຄັນຂອງເລື່ອງຊຸກຍູ້ການຮ່ວມມືfhkoເສດຖະກິດ, ການຄ້າ ແລະ ການລົງທຶນ 2 ຝ່າຍ; ສະໜັບສະໜູນເລື່ອງເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາປ້ອງກັນການລົງທຶນ ຫວຽດນາມ - ອີຢູ (IPA) ໃນໄລຍະໄວທີ່ສຸດ. 

      ຖະແຫຼງການຮ່ວມ ຫວຽດນາມ - ໂອຕາຣິດ ໄດ້ປະກາດໃນວັນທີ 15 ຕຸລາ ຊີ້ແຈ້ງວ່າ: ທີ່ການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂອຕາຣິດ Sebastian Kurz, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດ ໃນການແກ້ໄຂບັນດາບັນຫາທົ່ວໂລກຄືການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ. 2 ຝ່າຍຢັ້ງຢືນຄວາມສຳຄັນຂອງເລື່ອງຊຸກຍູ້ການຮ່ວມມືfhkoເສດຖະກິດ, ການຄ້າ ແລະ ການລົງທຶນ 2 ຝ່າຍ; ສະໜັບສະໜູນເລື່ອງເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາປ້ອງກັນການລົງທຶນ ຫວຽດນາມ - ອີຢູ (IPA) ໃນໄລຍະໄວທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນຄືນໃໝ່ນະໂຍບາຍສະເໝີຕົ້ນສະເໝີປາຍການປະຕິຮູບເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາສາກົນທີ່ກ່ຽວຂ້ອງ. 2 ຝ່າຍໄດ້ຢືນຢັນເພີ່ມທະວີການຮ່ວມມືກັບບັນດາອົງການຫລາຍຝ່າຍຄື: ສະຫະປະຊາຊາດ, ອົງການພະລັງງານປະລະມານູສາກົນ (IAEA), ASEM ແລະ WTO ແນໃສ່ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ