ພິທີລົງນາມໃນຖະແຫຼງການຮ່ວມສ້າງຕັ້ງການພົວພັນຄູ່ຮວ່ມມືຍຸດທະສາດ
(ພາບ: vietnamplus.vn)
(vovworld) - ເນື່ອງໃນໂອກາດໄປຢ້ຽມຢາມທາງລັດຖະກິດ ສ.ອີຕາລີ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ວັນທີ 21/01, ຢູ່ Romne, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດອີຕາລິ Giulio Terzi di Sant’t Agata ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮວ່ມມືຍຸດທະສາດລະຫວ່າງ ສສ.ຫວຽດນາມ ແລະ ສ.ອີຕາລີ. ເຊິ່ງຕາມນັ້ນແລ້ວ, ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ - ອີຕາລີ ຈະໄດ້ຮັບການເພີ່ມທະວີຢ່າງເລິກເຊິ່ງ, ກວ້າງແຂວງໃນບັນດາຂົງເຂດທີ່ສຳຄັນ. ກ່ຽວກັບການຮ່ວມມືດ້ານການເມືອງ, ການທູດ, 2 ຝ່າຍຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ເພື່ອແນໃສ່ໜູນຊ່ວຍ, ຍົກສູງຄວາມສາມາດທາງດ້ານລະບອບບັນຍັດ ແລະ ແບ່ງປັນບົດຮຽນສ້າງກົດໝາຍ. ສອງຝ່າຍໄດ້ເຫັນດີສ້າງຕັ້ງກົນໄກສົນທະນາຍຸດທະສາດ, ຄາດວ່າຈະຈັດຂຶ້ນປະຈຳປີ, ເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນດາທົ່ວໂລກ ແລະ ພາກພື້ນ, ຫວຽດນາມ ແລະ ອີຕາລີ ໃຫ້ຄຳໝັ້ນສັນຍາຮ່ວມມື ແລະ ສະໜັບສະໜູນເຊິ່ງກັນລະກັບຢູ່ເວທີປາໄສສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນຢູ່ບັນດາເວທີປາໄສສຳຄັນຄື ສະຫະປະຊາຊາດ, WTO, ເວທີປາໄສຮ່ວມມືອາຊີ - ເອີລົບ (ASEM), ASEAN, EU ແລະ ກ່ຽວກັບບັນດາບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບດ້ານເສດຖະກິດ, ອີຕາລີ ສືບຕໍ່ໜູນຊ່ວຍຫວຽດນາມ ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າກັບ EU; ຊ່ວຍຫວຽດນາມ ສ້າງລະບອບເສດຖະກິດການຕະຫຼາດໃຫ້ສົມບູບແບບ ແລະ ໃຫ້ຄຳໝັ້ນສັນຍາສະໜັບສະໜູນເລື່ອງ EU ຮັບຮູ້ຫວຽດນາມ ເປັນປະເທດທີ່ມີພື້ນຖານເສດຖະກິດການຕະຫຼາດ. 2 ຝ່າຍໄດ້ເຫັນດີເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ 2 ຝ່າຍ, ຊຸກຍູ້ໂຄງການຮ່ວມມືໃນຂົງເຂດຕ່າງໆຄື ພື້ນຖານໂຄງລ່າງ, ພະລັງງານ, ໂທລະຄົມ, ທ່ອງທ່ຽວ... ຫວຽດນາມ ແລະ ອີຕາລີ ຈະລົງນາມໃນອານຸສັນຍາໃໝ່ກ່ຽວກັບການຮ່ວມມືພັດທະນາໄລຍະ 2013 – 2015 ເພື່ອແນໃສ່ຊຸກຍູ້ການປົວແປງພື້ນຖານໂຄງລ່າງສັງຄົມ ແລະ ເສດຖະກິດຢູ່ຫວຽດນາມ, ສຸມໃສ່ເຂົ້າໃນຂົງເຂດຄຸ້ມຄອງແຫຼ່ງນ້ຳ, ສິ່ງແວດລ້ອມ, ສາທາລະນະສຸກ... 2 ຝ່າຍຈະເປີດກວ້າງການຮ່ວມມືໃນຂົງເຂດໃໝ່ຄື ການຮັບມືກັບການປ່ຽນແປ່ງຂອງດິນຟ້າອາກາດ, ບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ. ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, 2 ຝ່າຍໃຫ້ຄຳໝັ້ນສັນຍາຮ່ວມມືກ່ຽວກັບຂົງເຂດອຸດສາຫະກຳປ້ອງກັນປະເທດ; ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ແລະ ພວກກໍການຮ້າຍ. ຫວຽດນາມ ແລະ ອີຕາລີ ໄດ້ເຫັນດີລົງນາມໃນບົດບັນທຶກຊ່ວຍຈຳໃໝ່ ເພື່ອແນໃສ່ເພີ່ມທະວີ, ຊຸກຍູ້ພື້ນຖານນິຕິກຳຍິ່ງກວ່າອີກ ແນໃສ່ເພີ່ມທະວີການພົວພັນ 2 ຝ່າຍໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, 2 ປະເທດຈະຈັດການເຄື່ອນໄຫວສະເຫຼີມສະຫຼອງຕ່າງໆໃນຂອບເຂດ “ປີຫວຽດນາມ ຢູ່ອີຕາລີ” ແລະ “ປີອີຕາລີ ຢູ່ຫວຽດນາມ” ໃນປີ 2013. ພິເສດ, 2 ຝ່າຍຈະຜັນຂະຫຍາຍໂຄງການຊາຍຄາອີຕາລີ (Casa Italia) ຢູ່ຮ່າໂນ້ຍ, ດ້ວຍຄວາມໝາຍຈະແມ່ນສູນໂຄສະນາວັດທະນະທຳ, ພາສາອີຕາລີຢູ່ຫວຽດນາມ.