ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ |
(vovworld)- ເນື່ອງໃນໂອກາດການຢ້ຽມຢາມສັນທະວະໄມຕີລາວແຕ່ວັນທີ 24-26/11/2016 ຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ, ຫວຽດນາມ ແລະ ລາວໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່າ : ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງໄດ້ເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ, ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸສິດ, ປະທານສະພາແຫ່ງຊາດ ປານີ ຢາທໍຕູ້; ຢ້ຽມຢາມບັນດາອະດີດການນຳຂັ້ນສູງຂອງພັກ ແລະ ລັດລາວ; ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ຄູອາຈານ; ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ; ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຢູ່ນະຄອນຫຼວງວຽງຈັນ.
ທີ່ບັນດາການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເພີີ່ມທະວີການພົວພັນທາງດ້ານການເມືອງ, ຮັກສາບັນດາການພົບປະເປັນປະຈຳລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ, ສືບຕໍ່ປັບປຸງ, ບູລະນະ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງ 2 ພັກ, 2 ລັດ, ເປີດກ້ວາງການຮ່ວມມື, ຊ່ວຍເຫຼືອກັນລະຫວ່າງບັນດາອົງການຈັດຕັ້ງພັກ, ບັນດາກະຊວງ, ບັນດາກຳມາທິການຂອງສະພາແຫ່ງຊາດ, ແນວໂຮມປະເທດຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນຂອງ 2 ປະເທດ, ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນປີ 2017.
2 ຝ່າຍເຫັນດີສົມທົບກັນເສີມຂະຫຍາຍເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ; ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ສັນຍາຮ່ວມມືລະຫວ່າງ 2 ລັດຖະບານ ແລະ ບັນດາໂຄງການ, ແຜນການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ 2 ປະເທດ. 2 ຝ່າຍເຫັນດີເພີ່ມທະວີການຮ່ວມມືດ້ານ ປກສ, ປກຊ ແນໃສ່ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ, ສ້າງເສັ້ໜຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. 2 ຝ່າຍສືບຕໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພຢູ່ທະເລຕາເວັນອອກ. ເຫັນດີຕໍ່ການແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC), ເພີ່ມທະວີບັນດາມາດຕະການສ້າງຄວາມເຊື່ອໝັ້ນຕໍ່ກັນ ແລະ ການທູດເພື່ອສະກັດກັ້ນ, ກ້າວໄປສູ່ການສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC) ໂດຍໄວ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
2 ຝ່າຍຕີລາຄາສູງໝາກຜົນທີ່ດີງາມ ແລະ ມີຄວາມໝາຍເລິກເຊິ່ງຂອງການຢ້ຽມຢາມສັນທະວະໄມຕີລາວຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ, ປະກອບສ່ວນນຳການພົວພັນມິດຕະພາບທີ່ເດປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນ 2 ປະເທດເພື່ອ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.