ຖະແຫຼງການຮ່ວມຫວຽດນາມ-ສ.ເກົາຫຼີ
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸ້ຈ້ອງ ແລະ ປະທານາທິບໍດີ ສ.ເກົາຫຼີ Park Geun – Hye
|
(vovworld)- ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸ້ຈ້ອງແຕ່ວັນທີ 1-4/10, 2 ຝ່າຍໄດ້ອອກຖະແຫຼງການຮ່ວມຫວຽດນາມ-ສ.ເກົາຫຼີ.
ຖະແຫຼງການຮ່ວມຫວຽດນາມ-ສ.ເກົາຫຼີຊີ້ແຈ້ງວ່າ : ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸ້ຈ້ອງ ແລະ ປະທານາທິບໍດີ ສ.ເກົາຫຼີ Park Geun – Hye ໄດ້ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ : ການເມືອງ, ການປ້ອງກັນຄວາມສະຫງົບ, ການປ້ອງກັນຊາດ, ເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດໂດຍຜ່ານການສຳເລັດການເຈລະຈາສັນຍາການຄ້າເສລີຫວຽດນາມ-ສ.ເກົາຫຼີ ໃນປີ 2014; ເຫັນດີເປີດກ້ວາງ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍການພົວພັນຮ່ວມມື 2 ຝ່າຍໃນປະຈຸບັນໃນຫຼາຍຂົງເຂດ.
ກ່ຽວກັບການນາບຂູ່ດຳເນີນການທົດລອງນິວເຄຼຍຄັ້ງໃໝ່ ແລະ ການຍິງລູກສອນໄຟນຳວິຖີເມື່ອບໍ່ດົນມານີ້ຂອງ ສ.ປ.ປ.ເກົາຫຼີ, 2 ຝ່າຍໄດ້ຢືນຢັນຄືນຖະແຫຼງການຮ່ວມຫວຽດນາມ-ສ.ເກົາຫຼີປີ 2013, ຊຶ່ງຮຽກຮ້ອງ ສ.ປ.ປ.ເກົາຫຼີ ປະຕິບັດຕາມບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສ.ປ.ຊ ກໍຄືບັນດາຄຳໝັ້ນສັນຍາໃນ ຖະແຫຼງການຮ່ວມຂອງການເຈລະຈາ 6 ຝ່າຍເມື່ອວັນທີ 19/9/2005. 2 ຝ່າຍຍັງເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ເສລີໃນການເດີນເຮືອ, ປະຕິບັດຖະແຫຼງການ DOC ປີ 2002 ຢ່າງເຂັ້ມງວດ, ເຄົາລົບກົດໝາຍສາກົນ ແລະ ພ້ອມກັນສ້າງເພື່ອຮັບຮອງເອົາ COC ໂດຍໄວ .
ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນສ.ເກົາຫຼີ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກອນມູນິດ ຫວຽດນາມ ທງວຽນຟູ໋ຈ້ອງ ຢັ້ງຢືນຄືດັ່ງກ່າວທີ່ການຕ້ອນຮັບການນຳບັນດາກຸ່ມເສດຖະກິດ ສ.ເກົາຫຼີ ເມື່ອຕອນເຊົ້າວັນທີ 3/10. ນີ້ແມ່ນບັນດາກຸ່ມບໍລິສັດໄດ້ ແລະ ພວມມີບັນດາໂຄງການລົງທຶນ, ທຳການຜະລິດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ ຄື: ກຸ່ມບໍລິສັດ CJ, Hoysung ແລະ Charmvit. ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ ຕີລາຄາວ່າ: ບັນດາວິສາຫະກິດ ສ.ເກົາຫຼີ ແມ່ນໜຶ່ງໃນບັນດານັກລົງທຶນຕ່າງປະເທດປະສົບຜົນສຳເລັດຢູ່ຫວຽດນາມໃນປະຈຸບັນ, ກາຍເປັນພາກສ່ວນໜຶ່ງຂອງພື້ນຖານເສດຖະກິດຫວຽດນາມ. ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ ຢືນຢັນວ່າ: ຫວຽດນາມ ຊົມເຊີຍ ແລະ ຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນ ສ.ເກົາຫຼີ ລົງທຶນເຂົ້າຫວຽດນາມ ຕາມເນື້ອໃນຈິດໃຈທີ່ໄດ້ຕົກລົງກັນລະຫວ່າງທ່ານເລຂາທິການໃຫ່ຍ ແລະ ປະທານາທິບໍດີ Pak Geun Hye ຄັ້ງນີ້ລະຫວ່າງການນຳຂັ້ນສູງສອງປະເທດ.