ຖະ​ແຫຼງຂ່າວນັດສາມັນປະຈຳເດືອນ ຕຸລາຂອງລັດຖະບານ

(VOVWORLD) - ຂໍ້ກຳນົດກ່ຽວກັບການເກັບຮັກສາຂໍ້ມູນ ແລະ ຕັ້ງສາຂາ, ຫ້ອງການຕາງໜ້າປະຈຳ ຫວຽດນາມ ໃນກົດໝາຍວ່າດ້ວຍຄວາມໝັ້ນຄົງທາງອິນເຕີເນັດແມ່ນເໝາະສົມກັບທຳນຽບສາກົນ

ຖະ​ແຫຼງຂ່າວນັດສາມັນປະຈຳເດືອນ ຕຸລາຂອງລັດຖະບານ - ảnh 1ຖະແຫຼງຂ່າວນັດສາມັນປະຈຳເດືອນ ຕຸລາຂອງລັດຖະບານ

(ພາບ:VGP/Quang Hiếu)

ຕອນບ່າຍວັນທີ 3 ພະຈິກ, ທີ່ຖະແຫຼງຂ່າວນັດສາມັນປະຈຳເດືອນຕຸລາຂອງລັດຖະບານ, ເມື່ອຕອບສຳພາດຕໍ່ວົງການນັກຂ່າວກ່ຽວກັບຮ່າງດຳລັດແນະນຳ ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງອິນເຕີເນັດໂດຍກະຊວງຕຳຫຼວດພວມຮັບເອົາຄວາມເຫັນຢ່າງກ້ວາງຂວາງນັ້ນ, ທ່ານພົນຈັດຕະວາ ເລືອງຕາມກວາງ, ຫົວໜ້າຫ້ອງການກະຊວງຕຳຫຼວດ ໃຫ້ຮູ້ວ່າ: ຂໍ້ກຳນົດກ່ຽວກັບການເກັບຮັກສາຂໍ້ມູນ ແລະ ຕັ້ງສາຂາ, ຫ້ອງການຕາງໜ້າປະຈຳ ຫວຽດນາມ ໃນກົດໝາຍວ່າດ້ວຍຄວາມໝັ້ນຄົງທາງອິນເຕີເນັດແມ່ນເໝາະສົມກັບທຳນຽບສາກົນ:

        “ພວກຂ້າພະເຈົ້າຢັ້ງຢືນວ່າມັນເໝາະສົມກັບຄວາມສາມາດຂອງວິສາຫະກິດ ແລະ Google ໄດ້ສ້າງຫ້ອງການຕາງໜ້າປະມານ 70 ແຫ່ງ, Facebook ປະມານ 80 ຫ້ອງການຕາງໜ້າຢູ່ບັນດາປະເທດໃນໂລກ. ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, Google, Facebook ໄດ້ເປີດຫ້ອງການຕາງໜ້າຢູ່ ສິງກະໂປ, ມາເລເຊຍ, ອິນໂດເນເຊຍ ແລະ ເໝາະສົມກັບລະບົບກົດໝາຍພາຍໃນປະເທດ, ໃນນັ້ນມີກົດໝາຍວ່າດ້ວຍການຄ້າປີ 2005, ກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດປີ 2017 ແລະ ບັນດາເອກະສານແນະນຳການປະຕິບັດ, ຂໍ້ກຳນົດກ່ຽວກັບບັນດາອົງການສົ່ງເສີມການຄ້າຕ່າງປະເທດຕ້ອງສ້າງຫ້ອງການຕາງໜ້າຢູ່ ຫວຽດນາມ.”

 

ຕອບກັບ

ຂ່າວ/ບົດ​ອື່ນ