ຖະແຫລງການຮ່ວມຫວຽດນາມ-ຝລັ່ງ
(ການເຈລະຈາລະຫວ່າງ 2 ຝ່າຍ)
(vovworld)- ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຫວຽດນາມຂອງທ່ານປະທານາທິບໍດີ ຝລັ່ງ Francois Hollande, ຫວຽດນາມ ແລະ ຝລັ່ງ ໄດ້ອອກຖະແຫລງການຮ່ວມຊີ້ແຈ້ງວ່າ: ສອງຝ່າຍເນັ້ນຫນັກຄວາມຈຳເປັນຕ້ອງເພີ່ມທະວີບັນດາການພົບປະ, ແລກປ່ຽນຢູ່ທຸກຂັ້ນ, ເປັນຕົ້ນແມ່ນການຢ້ຽມຢາມຂັ້ນສູງ ແລະ ພົບປະຢູ່ນອກເວທີປາໄສ, ກອງປະຊຸມສາກົນ ແລະ ພາກພື້ນ. ສອງຝ່າຍເຫັນດີ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ ແລະ ສະຫະພາບ ເອີລົບ ໂດຍໄວ. ສອງຝ່າຍເຫັນດີ ເພີ່ມທະວີການເຈລະຈາຍຸດທະສາດກ່ຽວກັບການປ້ອງກັນຊາດ ແລະ ສືບຕໍ່ຮ່ວມມືກ່ຽວກັບການບຳລຸງສ້າງ, ການຢ້ຽມຢາມຂອງກຳປັ່ນການທະຫານ. ສອງຝ່າຍປາດຖະຫນາຢາກເປີດກວ້າງການຮ່ວມມືກ່ຽວກັບການປ້ອງກັນຄວາມສະຫງົບຄວາມປອດໄພການເດີນທະເລ, ການບິນ. ສອງຝ່າຍເຫັນດີສືບຕໍ່ແບ່ງປັນທັດສະນະ ແລະ ແລກປ່ຽນການສົມທົບກັນໃນຂອບເຂດ ສປຊ, ເວທີປາໄສການຮ່ວມມື ອາຊີ ເອີລົບ, ການຮ່ວມມື ອີຢູ ອາຊຽນ.
ຖະແຫລງການຮ່ວມໃຫ້ຮູ້ວ່າ: ສອງຝ່າຍຢືນຢັນ ເຄົາລົບກົດບັດ ສປຊ, ຄຳຖະແຫລງປະກາດຂອງສາກົນກ່ຽວກັບສິດທິມະນຸດ, ເຄົາລົບເອກະລາດອະທິປະໄຕ, ລະບອບການເມືອງຂອງກັນ. ສອງຝ່າຍຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ຄວາມປອດໄພການເດີນທະເລ, ການບິນຢູ່ພາກພື້ນ.