ຖະ​ໜົນ​ປື້ມລະ​ດູ​ບານ​ໃໝ່ ປີ​ແມວ 2023

(VOVWORLD) - ງານບຸນປື້ມລະດູບານໃໝ່ຈະມີຫຼາກຫຼາຍລາຍການຈັດຂຶ້ນຮອດວັນທີ່ 29 ມັງກອນ. 
ຖະ​ໜົນ​ປື້ມລະ​ດູ​ບານ​ໃໝ່ ປີ​ແມວ 2023 - ảnh 1

ຖະໜົນປື້ມດຶງດູດຫຼາຍຄົນມາຢ້ຽມຂົມ (ພາບ: hanoimoi.com.vn)

   ໃນຊຸມວັນຕົ້ນະດູບານໃໝ່, ຖະໜົນປື້ມເມືອງຮ່ວານກຽມ ຮ່າໂນ້ຍ ແມ່ນໜຶ່ງໃນບັນາຈຸດນັດພົບທີ່ມີຄວາມໝາຍໃຫ້ແກ່ບັນດາເພື່ອນໜ່ມ, ຜູ້ຮັກມັກຄວາມຮູ້ ແລະ ບັນດາການເຄື່ອນໄຫວມູນເຊື້ອ. ງານບຸນປື້ມລະດູບານໃໝ່ຈະມີຫຼາກຫຼາຍລາຍການຈັດຂຶ້ນຮອດວັນທີ່ 29 ມັງກອນ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 - 3/2/2023).

     ຖະໜົນປື້ມລະດູບານໃໝ່ ປີແມວ 2023 ແມ່ນໜຶ່ງໃນບັນດາເຫດການທີ່ພົ້ນເດັ່ນ, ມີຄວາມໝາຍຈັດຂຶ້ນຢູ່ ຮ່າໂນ້ຍ    ໃນຊຸມວັນຕົ້ນະດູບານໃໝ່ ຊື່ງປະກອບສ່ວນເຊີດຊູວັດທະນະທຳການອ່ານ ແລະ ສ້າງສະຖານທີ່ບັນເທິງ, ການເຄຶ່ອນໄຫວວັດທະນະທຳທີ່ເບີກບານມ່ວນຊື່ນໃນໂອກາດປີໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ