ຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງ ແລະ ຖານຂໍ້ມູນກ່ຽວກັບບັດປະຈຳຕົວ ແມ່ນບາດກ້າວເດີນໃນວິວັດທະນາການປ່ຽນແປງໃໝ່ການບໍລິຫານແຫ່ງຊາດຕາມທິດທັນສະໄໝ
(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຕ້ອງນຳໃຊ້ຊັບພະຍາກອນຂໍ້ມູນຢ່າງແທດຈິງ, ມີປະສິດທິຜົນ, ມີລັກສະນະເຊື່ອມຕໍ່ສູງ, ບໍ່ພຽງແຕ່ປະຕິບັດວຽກງານຄຸ້ມຄອງພົນລະເມືອງ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນ, ຕ້ານອາດຊະຍາກຳເທົ່ານັ້ນ ຫາກຍັງຕ້ອງຮັບໃຊ້ໃຫ້ແກ່ບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ບັນດາໜ້າທີ່ຮີບດ່ວນຕ່າງໆອີກດ້ວຍ,
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ທ່ານ ພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ |
ກ່າວຄຳເຫັນທີ່ພິທີສະຫຼຸບການສ້າງຕັ້ງ ແລະ ຜັນຂະຫຍາຍໂຄງການຖານຂໍ້ມູນແຫ່ງຊາດກ່ຽວກັບ ພົນລະເມືອງ, ໂຄງການຜະລິດ, ສະໜອງ ແລະ ຄຸ້ມຄອງບັດປະຈຳຕົວ ພົນລະເມືອງ ແລະ ພິທີປະກາດການເຄື່ອນໄຫວລະບົບຢ່າງເປັນທາງການ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຕ້ອງນຳໃຊ້ຊັບພະຍາກອນຂໍ້ມູນຢ່າງແທດຈິງ, ມີປະສິດທິຜົນ, ມີລັກສະນະເຊື່ອມຕໍ່ສູງ, ບໍ່ພຽງແຕ່ປະຕິບັດວຽກງານຄຸ້ມຄອງພົນລະເມືອງ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນ, ຕ້ານອາດຊະຍາກຳເທົ່ານັ້ນ ຫາກຍັງຕ້ອງຮັບໃຊ້ໃຫ້ແກ່ບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ບັນດາໜ້າທີ່ຮີບດ່ວນຕ່າງໆອີກດ້ວຍ, ຄືໃນປັດຈຸບັນ ແມ່ນຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ. ທ່ານກ່າວວ່າ:
ສືບຕໍ່ຍູ້ແຮງການເຊື່ອມຕໍ່, ກະທົບ ແລະ ສະໜອງບັນດາການບໍລິການສາທາລະນະທາງອອນລາຍ ລະຫວ່າງ ລັດຖະບານ ກັບບັນດາກະຊວງ, ຂະແໜງການ, ອົງການຄຸ້ມຄອງບໍລິຫານໃນທຸກຂັ້ນ, ບັນດາອົງການການເມືອງ, ສັງຄົມທີ່ກ່ຽວຂ້ອງ. ພ້ອມທັງ ເຊື່ອມຕໍ່ກັບບັນດາ ຖານຂໍ້ມູນຕ່າງໆ ເພື່ອຮັບໃຊ້ບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.