ຖ້ຳເຊີນດອງຢູ່ພາກກາງຫວຽດນາມແມ່ນສະຖານທີ່ທ່ອງທ່ຽວເປັນຫນ້າໄປຢ້ຽມຢາມທີ່ສຸດໃນໂລກ

(VOVWORLD) -ວັນທີ 4 ມັງກອນ, ທ່ານ ດັ້ງດົງຮ່າ ຮອງຫົວຫນ້າພະແນກທ່ອງທ່ຽວ ແຂວງ ກວ໋າງບີງ ໄດ້ຢັ້ງຢືນວ່າ: Lonely Plannet ວາລະສານທີ່ມີຊື່ສຽງໃນໂລກ ກ່ຽວກັບການແນະນຳ ແລະ ສະຫນອງຂໍ້ມູນໃຫ້ແກ່ແຂກທ່ອງທ່ຽວ ໄດ້ຍົກໃຫ້ເຫັນສະຖານທີ່ທ່ອງທ່ຽວ 5 ແຫ່ງ ທີ່ເປັນຫນ້າໄປຢ້ຽມຢາມທີ່ສຸດໃນທົ່ວໂລກໃນປີ 2019.

ຖ້ຳເຊີນດອງຢູ່ພາກກາງຫວຽດນາມແມ່ນສະຖານທີ່ທ່ອງທ່ຽວເປັນຫນ້າໄປຢ້ຽມຢາມທີ່ສຸດໃນໂລກ - ảnh 1 ຖ້ຳເຊີນດອງ 

ພາບ:vietnam+

ໃນນັ້ນ ຖ້ຳເຊີນດອງ ຢູ່ ແຂວງ ກວ໋າງບີງ ຂອງຫວຽດນາມ ແມ່ນຖ້ຳໃຫຍ່ທີ່ສຸດໃນໂລກກໍ່ໄດ້ຈັດຢູ່ໃນອັນດັບ 3 ຖັດຈາກ ເສັ້ນທາງ Inca ໄປເຖິງ Machu Picchu ຢູ່ ເປຣູ ແລະ ງານບຸນວັດທະນະທຳດົນຕີ ສິລະປະ Buring Man ຢູ່ ເນວາດາ.

ເພື່ອເຮັດໃຫ້ຄວາມໄຝ່ຝັນຂອງຕົນໃຫ້ເປັນຈິງ, ວາລະສານ Lonely Plannet ໃສ່ໃຈວ່າ ແຂກທ່ອງທ່ຽວ ຕ້ອງຂຶ້ນແຜນຂອງເພື່ອຈ່ອງບ່ອນໃຫ້ແກ່ການໄປຢ້ຽມຊົມໃນທັນທີ. ພິເສດ ຖ້ຳເຊີນດອງ ແຂກທ່ອງທ່ຽວຜູ້ໃດຢາກໄປຄົ້ນຫາ ຕ້ອງຈ່ອງບ່ອນກ່ອນ ຜ່ານ ເວັບໄຊ ຂອງບໍລິສັດ Oxalis. ປະຈຸບັນ ຍັງເຫລືອພຽງເກືອບ 300 ບ່ອນເທົ່ານັ້ນ ໃນຍອດຈຳນວນ 1000 ຄົນໄດ້ຮັບອະນຸຍາດຄົ້ນຫາຖ້ຳເຊີນດອງໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ