ທຸກຝ່າຍມານະພະຍາຍາມຊຸກຍູ້ການເຈລະຈານິວເຄຼຍອີຣານ
(ພາບປະກອບ: theiranproject)
(vovworld) – ວັນທີ 17/03, ຢູ່ເຊີແນວ, ປະເທດສະວິດ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ແລະ ຄູ່ຮ່ວມຕຳແໜ່ງອີຣານ Mohammad Javad Zarif ໄດ້ເຊື່ອມຕໍ່ການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ ເມື່ອບັນດາກາລະໂອກາດເພື່ອບັນລຸໄດ້ຂໍ້ຕົກລົງໃນໄລຍະຈະມາເຖິງຍັງມືດມົວຢູ່ ພາຍຫຼັງ 12 ປີແຫ່ງຄວາມເຄັ່ງຕຶງລະຫວ່າງອີຣານ ກັບຝ່າຍຕາເວັນຕົກ ແລະ 18 ເດືອນແຫ່ງການເຈລະຈາລະຫວ່າງປະເທດສາທາລະນະລັດມຸດສະລິມກັ່ງກ່າວ ກັບກຸ່ມ P5+1. ວົງການນັກໄຈ້ແຍກຫວັງວ່າ, ນັກເຈລະຈາຂອງອາເມລິກາ ແລະ ອີຣານ ອາດຈະບັນລຸໄດ້ບາດກ້າວກະໂດດຂັ້ນກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ, ແຕ່ປະຈຸບັນ, ແຕ່ລະຝ່າຍຍັງມີຄວາມສົງໄສເຊິ່ງກັນ ແລະ ກັນ. ອີຣານ ຖະແຫຼງຮັກສາບັນດາແຜນການນິວເຄຼຍ ຂອງຕົນເພື່ອຈຸດໝາຍສັນຕິພາບ, ໃນຂະນະນັ້ນ, ບັນດາຝ່າຍຕາເວັນຕົກ ສົງໄສຕໍ່ຈຸດປະສົງຂອງປະເທດນີ້. ປະຈຸບັນ, ອີຣານ ແລະ ກຸ່ມ P5+1 ພວມມານະພະຍາຍາມປະຕິບັດສຳເລັດກອບສັນຍາສຸດທ້າຍກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້ ກ່ອນວັນທີ 31/03 ຈະມາເຖິງ ແລະ ບັນລຸໄດ້ຂໍ້ຕົກລົງຢ່າງສົມບູນກ່ອນວັນທີ 30/06, ພາຍຫຼັງທີ່ພາດກຳນົດເວລາ 2 ຄັ້ງ.