ທູດພິເສດກ່ຽວກັບບັນຫາຊາຍແດນ ຂອງ ອິນເດຍ - ຈີນ ຈະພົບປະກັນໃນມື້ໃກ້ໆນີ້
(VOVWORLD) -ຈຸດເວລາຂອງການພົບປະຄັ້ງນີ້ຍັງບໍ່ທັນໄດ້ຢັ້ງຢືນເທື່ອ.
ພົນທະຫານ ອິນເດຍ (ພາບ: ANI/vov.vn) |
ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອິນເດຍ ທ່ານ Ajit Doval ແມ່ນທູດພິເສດຂອງ ອິນເດຍ ກ່ຽວກັບບັນຫາຊາຍແດນ ຈະມີການພົບປະກັບຄູ່ຕຳແໜ່ງ ຈີນ ເພື່ອປຶກສາຫາລືມາດຕະການແກ້ໄຂຂໍ້ຂັດແຍ່ງຊາຍແດນໃນຊຸມມື້ຈະມາເຖິງ. ເຖິງຢ່າງໃດກໍຕາມ, ຈຸດເວລາຂອງການພົບປະຄັ້ງນີ້ຍັງບໍ່ທັນໄດ້ຢັ້ງຢືນເທື່ອ. ຂ່າວຄາວດັ່ງກ່າວ ໄດ້ຍົກອອກມາພາຍຫຼັງມື້ໜຶ່ງ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ຢ້ຽມຢາມ Ladakh ເຊິ່ງເປັນບ່ອນເກີດການສູ້ຢັນ ລະຫວ່າງພົນທະຫານອິນເດຍ ແລະ ຈີນ.
ໃນຂະນະນັ້ນ, ນັບແຕ່ວັນທີ 05 ກໍລະກົດ, ອິນເດຍ ຈະເລີ່ມດຳເນີນການກວດກາ ເລື່ອງ ຈີນ ຍົກເລີກບັນດາກິດຈະກຳ, ໂຄງສ້າງ ຢູ່ຮ່ອມພູ Galwan ທີ່ໄດ້ໃຫ້ຄຳໝັ້ນສັນຍາໃນການເຈລະຈາດ້ານການທະຫານເມື່ອວັນທີ 30 ມິຖຸນາ.
ຟານຕຸງ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອິນເດຍ