ທູດພິເສດອາເມລິກາລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນກອງປະຊຸມສຸດຍອດລະຫວ່າງ

(VOVWORLD) -ວັນທີ 05 ມີນາ, ທູດພິເສດອາເມລິກາ ກ່ຽວກັບບັນຫາສປປ.ເກົາຫຼີ ທ່ານ Stephen Biegun ໄດ້ລາຍງານຕໍ່ກຳມາທິການການຕ່າງປະເທດ ສະພາສູງອາເມລິກາ ກ່ຽວກັບກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ຫວ່າງແລ້ວນີ້ຢູ່ຫວຽດນາມ.

        ທ່ານ Stephen Biegun ໄດ້ສະເໜີລາຍລະອຽດການເຄື່ອນໄຫວທີ່ກອງປະຊຸມດັ່ງກ່າວ, ກໍຄືບັນດາບາດກ້າວຕໍ່ໄປໃນຄວາມມານະພະຍາຍາມດ້ານການທູດ. ພາຍຫຼັງອອກຈາກຫ້ອງປະຊຸມ, ທ່ານ Stephen Biegun ໄດ້ປະຕິເສດຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ Yonhap ກ່ຽວກັບເລື່ອງ ທ່ານມີແຜນການຈະໄປເຖິງພຽງຢາງ ໃນໄລຍະຈະມາເຖິງຫຼືບໍ່?

        ກ່ອນໜ້ານັ້ນ, ວັນທີ 04 ມີນາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ສະແດງຄວາມຫວັງວ່າ ຈະຈັດສົ່ງກຸ່ມປະຕິບັດງານໄປຍັງສປປ.ເກົາຫຼີ ໃນຊຸມອາທິດຈະມາເຖິງ.

        ອາທິດກ່ອນ, ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ.ເກົາຫຼີ ກ່ຽວກັບເລື່ອງປອດນິວເຄຼຍໃນແຫຼມເກົາຫຼີ ໄດ້ສິ້ນສຸດລົງ, ແຕ່ຍັງບໍ່ທັນມີແຜນການຈັດການພົບປະສຸດຍອດຄັ້ງຕໍ່ໄປເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ