ທົດລອງການຄຸ້ມຄອງສັງລວມເຂດອ່າງແມ່ນ້ຳລະດັບຊາດ

(VOVWORLD) - ວັນທີ 23 ພຶດສະພາ, ກົມໃຫຍ່ສິ່ງແວດລ້ອມຈັດຕັ້ງກອງປະຊຸມສຳມະນາປຶກສາຫາລືເພືຶ່ອສ້າງສຳເລັດເອກະສານໂຄງການເຂດ - ພາກສ່ວນ ຫວຽດນາມ ກ່ຽວກັບການ “ຫລຸດຜ່ອນມົນລະພິດ ແລະ ຮັກສາກະແສນ້ຳໄຫຼສິ່ງແວດລ້ອມບັນດາບໍລິເວນທະເລຢູ່ອາຊີຕາເວັນອອກ ໂດຍຜ່ານການຄຸ້ມຄອງສັງລວມເຂດອ່າງແມ່ນ້ຳ”.
ທົດລອງການຄຸ້ມຄອງສັງລວມເຂດອ່າງແມ່ນ້ຳລະດັບຊາດ - ảnh 1 (ພາບປະກອບ)

ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍຢູ່ 7 ປະເທດສະມາຊິກ ອາຊຽນ ລວມມີ: ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປີນ, ລາວ ແລະ ຫວຽດນາມ. ບັນດາໂຄງການທົດລອງລະດັບຊາດ ຈະປະຕິບັດຢູ່ບັນດາເຂດອ່າງແມ່ນ້ຳໄດ້ຮັບການເລືອກເຟັ້ນຢູ່ແຕ່ລະປະເທດ, ແມ່ນບັນດາສະຖານທີ່ຄົ້ນຄວ້າການຄຸ້ມຄອງສັງລວມເຂດອ່າງແມ່ນ້ຳ ເພື່ອທະວີຄູນ ແລະ ໝູນໃຊ້ບັນດາການລົງຝຶກງານຕົວຈິງເປັນຢ່າງດີ, ເຄື່ອງມື ແລະ ບົດຮຽນຈາກການທົດລອງລະດັບຊາດໃຫ້ແກ່ບັນດາເຂດອ່າງແມ່ນ້ຳຢູ່ແຕ່ລະປະເທດເຂົ້າຮ່ວມ ແລະ ໃນພາກພື້ນ ອາຊຽນ ເວົ້າລວມ.

        ຕາມທ່ານນາງ ເຈີ່ນທິເລແອງ ສັງກັດກົມໃຫຍ່ສິ່ງແວດລ້ອມແລ້ວ, ໂຄງການທົດລອງລະດັບຊາດຢູ່ ຫວຽດນາມ ແມ່ນ “ຄຸ້ມຄອງສັງລວມເຂດອ່າງແມ່ນ້ຳ ຫວູຢາ - ທູບົນ ແລະ ເຂດທະເລແຄມຝັ່ງທະເລແຂວງ ກວາງນາມ - ດາ່ໜັງ”.

ຕອບກັບ

ຂ່າວ/ບົດ​ອື່ນ