ທິມ handball ແຫ່ງຊາດຫວຽດນາມເອົາຊະນະ ເປັນນັດທີສອງຢ່າງລຽນຕິດ
(VOVWORLD) -ດ້ວຍການເອົາຊະນະຕໍ່ທິມສິງກະໂປແລະທິມຟິລິບປິນ ຫວຽດນາມພວມມີທ່າໄດ້ປຽບໃນການແຂ່ງຂັນເພື່ອຊິງຫຼຽນຄຳກິລາປະເພດ handball ຊາຍຊີເກມ 31.
ພາບປະກອບ |
ຕອນບາຍວັນທີ 7 ພຶດສະພາຢູ່ແຂວງກວ໋າງນິງ ທິມ handball ຊາຍແຫ່ງຊາດຫວຽດນາມໄດ້ຊະນະຕໍ່ທິມຟິລິບປິນດ້ວຍ 2 – 0 ເຊັກ ແລະໄດ້ບືນຕົວຂຶ້ນນຳໜ້າຕາຕະລາງຈັດອັນດັບດ້ວຍໄຊຊະນະສອງນັດຢ່າງລຽນຕິດ. ກ່ອນໜ້ານັ້ນໃນນັດເປີດສາກກິລາປະເພດ handball ຊາຍຊີເກມ 31 ເມື່ອຕອນແລງວັນທີ 6 ພຶດສະພາ ທິມຊາດຫວຽດນາມໄດ້ເອົາຊະນະທິມຊາດສິງກາໂປ 2 – 0 ເຊັກ. ດ້ວຍການເອົາຊະນະຕໍ່ທິມທິມສິງກະໂປແລະທິມຟິລິບປິນ ຫວຽດນາມພວມມີທ່າໄດ້ປຽບໃນການແຂ່ງຂັນເພື່ອຊິງຫຼຽນຄຳກິລາປະເພດ handball ຊາຍຊີເກມ 31.