ທິມຊາດບານເຕະຫວຽດນາມ ສະເໝີທິມຊາດບານເຕະໄທ 2-2 ໃນຮອບຊິງຊະນະເລີດຂາໄປ AFF Cup 2022
(VOVWORLD)-ຮອບຊິງຊະນະເລີດຂາກັບລະຫວ່າງສອງທິມຊາດບານແຕະຫວຽດນາມ ແລະ ໄທ ຈະຈັດຂຶ້ນໃນເວລາ 19 ໂມງ 30 ນາທີຂອງວັນທີ 19 ມັງກອນຢູ່ປະເທດໄທ.
(ພາບ: TTXVN)
ຕອນຄ່ຳວັນທີ 13 ມັງກອນ, ຢູ່ສະໜາມກິລາແຫ່ງຊາດ ມິ້ດິງ-ຮ່າໂນ້ຍ ທິມຊາດບານເຕະຫວຽດນາມ ສະເໝີທິມຊາດບານເຕະໄທ 2-2 ໃນຮອບຊິງຊະນະເລີດຂາໄປ ການແຂ່ງຂັນບານເຕະອາຊີຕາເວັນອອກສ່ຽງໃຕ້ AFF Cup 2022. ການແຂ່ງຂັນໄດ້ສ້າງຄວາມຕື່ນເຕັ້ນໃຫ້ກອງເຊຍທີ່ສຸດ ແລະ ທັງສອງທິມລ້ວນແຕ່ແມ່ນນັກເຕະແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຮອບຊິງຊະນະເລີດຂາກັບລະຫວ່າງສອງທິມຊາດບານແຕະຫວຽດນາມ ແລະ ໄທ ຈະຈັດຂຶ້ນໃນເວລາ 19 ໂມງ 30 ນາທີຂອງວັນທີ 19 ມັງກອນຢູ່ປະເທດໄທ.