ພາບປະກອບ
|
(vovworld) – “ທິມຊາດບານເຕະ ຫວຽດນາມ ຍາດໄດ້ໄຊຊະນະຕໍ່ປະເທດເຈົ້າພາບ ມາເລເຊຍ ດ້ວຍປະຕູ 2 ຕໍ່ 1 ດ້ວຍນ້ຳໃຈແຂ່ງຂັນຢ່າງພິລະອາດຫານ ພ້ອມກັບຄວາມໂຊກດີ ແຕ່ໝາກຜົນນັ້ນແມ່ນເໝາະສົມກັບຄວາມມານະພະຍາຍາມຂອງບັນດານັກເຕະບານ”. ນັ້ນແມ່ນຄຳເຫັນຂອງຄູຝຶກ ຫງວຽນຫືວຖັງ ໃນການປະຊຸມຂ່າວພາຍຫຼັງການແຂ່ງຂັນນັດທຳອິດເມື່ອຕອນຄ່ຳວັນທີ 20/11 ຢູ່ຮອບຄັດເລືອກກຸ່ມ B ໃນການແຂ່ງຂັນບານເຕະຊິງຂັນ ອາຊີຕາເວັນອອກສ່ຽງໃຕ້ 2016 (AFF Suzuki Cup 2016). ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບຄູ່ແຂ່ງຈະມາເຖິງແມ່ນ ມາເລເຊຍ, ຄູຝຶກ ຫງວຽນຫືວຖັງ ໃຫ້ຮູ້ວ່າ: ທິມຊາດບານເຕະ ຫວຽດນາມ ຖືເປັນສຳຄັນຄູ່ແຂ່ງແຕ່ລະຄູ່ໃນການແຂ່ງຂັນແຕ່ລະນັດ. ຫວຽດນາມ ລ້ວນແຕ່ຖືເປັນສຳຄັນທິມຊາດບານເຕະ ມາເລເຊຍ ຫຼື ກຳປູເຈຍ ຄືກັນ.