ທີມບານເຕະ ຫວຽດນາມ ໄດ້ເຂົ້າ Top 100 ຂອງໂລກ ໃນຕາຕາລາງຈັດອັນດັບ FIFA

(VOVWORLD) -ບັນດານັກເຕະ ຫວຽດນາມ ຍາດໄດ້ໄຊຊະນະ 3 ນັດໃນການແຂ່ງຂັນ, ສະເໝີ 1 ນັດ ຢູ່ AFF Suzuki Cup 2018

ວັນທີ 29 ພະຈິກ, ສະຫະພັນບານເຕະໂລກ (FIFA) ຫາກໍ່ປະກາດຕາຕາລາງຈັດອັນດັບເດືອນພະຈິກ, ໃນນັ້ນທີມບານເຕະ ຫວຽດນາມ ໄດ້ເລື່ອນຂຶ້ນ 2 ຂັ້ນ ຈາກອັນດັບທີ 102 ໃນເດືອນກ່ອນ ມາຢູ່ອັນດັບທີ 100 ຂອງໂລກ. ບັນລຸໄດ້ໝາກຜົນນີ້ແມ່ນຍ້ອນທີມບານເຕະ ຫວຽດນາມ ມີບັນດາຜົນງານທີ່ດີ ໃນໄລຍະມໍ່ໆນີ້. ລະອຽດແມ່ນບັນດານັກເຕະ ຫວຽດນາມ ຍາດໄດ້ໄຊຊະນະ 3 ນັດໃນການແຂ່ງຂັນ, ສະເໝີ 1 ນັດ ຢູ່ AFF Suzuki Cup 2018 - ເຊິ່ງແມ່ນການແຂ່ງຂັນທີ່ສະຫະພັນບານເຕະອາຊີ (AFC) ຮັບຮອງວ່າເປັນການແຂ່ງຂັນທາງການຂອງລະບົບການແຂ່ງຂັນ ຢູ່ຂັ້ນພາກພື້ນ ເມື່ອ 2 ປີກ່ອນ, ຜ່ານນັ້ນ FIFA ກໍ່ໄດ້ໄລ່ຄະແນນເພື່ອສະສົມຈັດເຂົ້າໃນຕາຕາລາງຈັດອັນດັບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ