ທິມບານເຕະແຫ່ງຊາດ ຫວຽດນາມ ບໍ່ໄດ້ໄປຕໍ່ໃນການແຂ່ງຂັນໃນ AFF Suzuki Cup 2020
(VOVWORLD) -ພາຍຫຼັງແຂ່ງຂັນສອງນັດໃນຮອບຮອງຊະນະເລີດ, ທິມຊາດ ຫວຽດນາມ ໄດ້ເສຍແກ່ທິມຊາດໄທ 0 ປະຕູຕໍ່ 2 ແລະ ບໍ່ໄດ້ໄປຕໍ່ການແຂ່ງຂັນໃນ AFF Suzuki Cup 2020.
ທິມຊາດ ຫວຽດນາມ ໄດ້ເສຍແກ່ທິມຊາດໄທ 0 ປະຕູຕໍ່ 2 (ພາບ: Getty Images) |
ຕອນຄ່ຳວັນທີ 26 ທັນວາ, ຢູ່ ສິງກະໂປ, ທິມບານເຕະແຫ່ງຊາດ ຫວຽດນາມ ໄດ້ມີການແຂ່ງຂັນກັບທິມບານເຕະແຫ່ງຊາດ ໄທ ດ້ວຍຜົນສະເໝີ 0 – 0 ໃນຂອບເຂດຮອບຮອງຊະນະເລີດກິລາບານເຕະ ອາຊີຕາເວັນອອກສ່ຽງໃຕ້ ປີ 2020 – AFF Suzuki Cup 2020. ເປັນອັນວ່າ, ພາຍຫຼັງແຂ່ງຂັນສອງນັດໃນຮອບຮອງຊະນະເລີດ, ທິມຊາດ ຫວຽດນາມ ໄດ້ເສຍແກ່ທິມຊາດໄທ 0 ປະຕູຕໍ່ 2 ແລະ ບໍ່ໄດ້ໄປຕໍ່ການແຂ່ງຂັນໃນ AFF Suzuki Cup 2020.
ທິມຊາດ ໄທ ຈະພົບກັບທິມຊາດ ອິນໂດເນເຊຍ ໃນຮອບຊີງຊະນະເລີດ AFF Suzuki Cup 2020.