ທິມບານເຕະໃນຮົ່ມຍິງຫວຽດນາມໄດ້ຮັບລາງວັນຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້
ທິມບານເຕະຍິງຫວຽດນາມ
(ພາບ: vanhoathethao.com)
|
(Vovworld) - ໃນນັດແຂ່ງຂັນຊິງຊະນະເລີດກິລາບານເຕະໃນຮົ່ມ ຊຶ່ງຖືກຈັດຂຶ້ນໃນຕອນຄຳວັນທີ 3/10 ຢູ່ມຽນມາ, ທິມບານເຕະຍິງຫວຽດນາມ ບັງເອີນໄດ້ເອົາຊະນະຕໍ່ທິມບານເຕະຍິງໄທຊຶ່ງພວມຢືນອັນດັບໜຶ່ງໃນອາຊີຕາເວັນອອກສ່ຽງໃຕ້ 4 ປະຕູຕໍ່ 3.
ແລະ ກໍໃນຕອນຄຳຂອງວັນດຽວກັນ, ທິມຊາດບານເຕະ U19 ຫວຽດນາມໄດ້ເອົາຊະນະຕໍ່ທິມໄຕ້ຫວັນປະເທດຈີນ 6 ປະຕູຕໍ່1 ໃນການແຂ່ງຂັນຮອບຄັດເລືອກ U19 ອາຊີ 2014 ຊຶ່ງຖືກຈັດຂຶ້ນຢູ່ສະໜາມກິລາ ກົວລາລຳເປີ ປະເທດມາເລເຊຍ. ດ້ວຍໄຊຊະນະນີ້, ຫວຽດນາມພວມຢືນອັນດັບ 2 ໃນສາຍ F ຖັດຈາກທິມ U19 ອົດສະຕາລີ ຊຶ່ງແມ່ນທິມໄດ້ເອົາຊະນະຕໍ່ທິມ U19 ຮອງກົງປະເທດຈີນ 7 ປະຕູຕໍ່ 0.