ທວນໄຟໂອລິມປິກ ມາຮອດຂົ້ວໂລກເໜືອ ເປັນເທື່ອທຳອິດ

ທວນໄຟໂອລິມປິກ ມາຮອດຂົ້ວໂລກເໜືອ ເປັນເທື່ອທຳອິດ - ảnh 1

 (ພາບ: RIA Novosti)

(vovworld)-​​​​ ​ ​ວັນ​ທີ 20/10, ທ່ານ Dmitry Chernyshenko ປະທານ​ຄະນະ​ກຳມະການ​ຈັດຕັ້ງ Olimpic Sochi 2014 ​ໃຫ້​ຮູ້​ວ່າ: ທວນ​ໄຟ Olimpic Sochi 2014 ​ເລີ່​ມ​ເດີນທາງ​ໄປຮອດ​ຂົ້ວ​ໂລກ​ເໜືອ​ໃນ​ວັນ​ທີ 15/10 ບົນ​ກຳ​ປັ່ນ​ທີ່​ມີ​ຊື່ວ່າ “50 ປີ​ແຫ່ງ​ໄຊຊະນະ“ ຂຶ້ນກັບ​ກອງ​ເຮືອ​ຮົບ Rosatomflot ຂອງ​ລັດ​ເຊຍ. ທວນ​ໄຟ Olimpic Sochi 2014 ​ໄປ​ຮອດ​ນະຄອນຫຼວງ​ມົດ​ສະ​ກູ​ໃນ​ວັນ​ທີ 7/10 ​ແລະ ​ເລີ່​ມຕົ້ນການ​​ເດນ​ທາງແຫ່​ທວນ​ໄຟ​ຜ່ານ 132 ນະ​ຄອນ. ​ໃນ​ການ​ແຫ່​ທວນ​ໄຟ​ທີ່​ແກ່ຍາວ​ໃນ​ເວ​ລາ 123 ວັນ, ນັກ​ອາ​ວະ​ກາດ​ລັດ​ເຊຍ ຈະ​ແຫ່​ທວນໄຟ​ຈາກ​ສະຖາ​ນີອາ​ວະ​ກາດ​ສາກົນ ອອກ​ສູ່​ຮ່ວງ​ອາ​ວະ​ກາດ. ​ທວນ​ໄຟ Olimpic Sochi 2014 ຈະ​ຖືກ​ໃຕ້​ໃນ​ພິທີ​ໄຂ​ງານ​ມະຫາ​ກຳ​ກິລາ​ລະດູ​ໜາວ​ຄັ້ງທີ 22 ຢູ່ Sochi ​ໃນ​ວັນ​ທີ 7/2/2014.

ຂ່າວ/ບົດ​ອື່ນ