ທົ່ວປະເທດຮ່ວມ ແຮງຮ່ວມໃຈຊ່ວຍເຫຼືອ ປະຊາຊົນພາກກາງ ປະສົບກັບພະຍຸນ້ຳຖ້ວມ

ທົ່ວປະເທດຮ່ວມ ແຮງຮ່ວມໃຈຊ່ວຍເຫຼືອ ປະຊາຊົນພາກກາງ ປະສົບກັບພະຍຸນ້ຳຖ້ວມ - ảnh 1
ປິ່ນປົວພະຍາດໃຫ້ປະຊາຊົນເຂດນ້ຳຖ້ວມ
(ພາບປະກອບ)

(vovworld) – ​​ພະນັກງານ, ນັກ​ຮົມ​​ສັງ​ກັດ​ບັນດາ​ກົມ​ກອງ​ທະຫານ​ທີ່​ຕັ້ງ​ທັບ​ໃນ​ແຂວງ ກວາງ​ນາມ ເກືອບ 1.000 ຄົນ​ພວມ​ຜັນ​ຂະຫຍາຍ​ວຽກ​ງານ​ຊ່ວຍ​ເຫຼືອ​ປະຊາຊົນ​ແກ້​ໄຊ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພພິບັດ​ທຳ​ມະ​ຊາດ. ຢູ່​ບັນດາ​ເຂດ​ຈຸດ​ສຸມ​ຄື​ເມືອງ: ຢຸຍຊວຽນ, ດ້ຽນບານ, ພະນັກງານ, ນັກຮົບ​ກຳລັງ​ປະກອບ​ອາວຸດ​ຊ່ວຍ​ປະຊາຊົນສ້ອມ​ແປງ​ເຮືອນ​ຊານ, ​ບຸລະນະ​ທາງ​ຄົມມະນາຄົມ, ​ເຮັດອະນາ​ໄມ​ຄອງ​ເໝືອງ, ກິດຈະກຳ​ຊົນ​ນະ​ປະທານ, ປິ່ນປົວ​ພະຍາດ, ສະໜອງ​ຢຸກຢາ​ໃຫ້​​ແກ່​ປະຊາຊົນ​ເຂດ​ພະຍຸ​ນ້ຳ​ຖ້ວມ.

    ​ໃນ​ຂະນະ​ນັ້ນ, ສະພາກາ​ແດງ​ແຂວງ ​ເທື່ອ​ທຽນ​ເຫ້ວ ຫາກໍ່ຈັດ​ຕັ້ງ​ການ​​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ 102 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ​ແຕ່ 400.000 ຫາ 1.500.000 ດົ່ງ​ໃຫ້​ແກ່​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຕາ​​ແສງ ​ເຮືອງ​ຟອງ, ​ເທດສະບານ ​ເຮືອງ​ຈ່າ ​ແຂວງ​ເທື່ອ​ທຽນ​ເຫ້ວ. ສູນ​ກາງ​ສະພາກາ​ແດງ ຫວຽດນາມ ກໍ່​ໄດ້​​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ມີ​ມູນ​ຄ່າ 700 ລ້ານ​ດົ່ງ​ໃຫ້​ແກ່​ປະຊາຊົນ​​ເມືອງ ຟູ໋​ໂລກ, ຟູ໋ວາງ, ຟອງ​ດຽນ, ກວາງ​ດຽນ ​ແຂ​ວງ ​ເທື່ອ​ທຽນ​ເຫ້ວ.

ຂ່າວ/ບົດ​ອື່ນ