ທົ່ວໂລກມີກ່ວາ 51 ລ້ານຄົນຕິດເຊື້ອພະຍາດໂຄວິດ-19

(VOVWORLD) - ຕາມອົງການອະນາໄມໂລກ (WHO) ແລ້ວ, ໄລ່ຮອດຕົ້ນເດືອນຕຸລາຜ່ານມາ, ທົ່ວໂລກມີວັກຊິນກັນໂຄວິດ-19 193 ຊະນິດ ພວມໄດ້ຮັບການຜັນຂະຫຍາຍ, ໃນນັ້ນ ມີວັກຊິນ 42 ຊະນິດພວມໄດ້ຮັບການທົດລອງໃສ່ຄົນ.
ທົ່ວໂລກມີກ່ວາ 51 ລ້ານຄົນຕິດເຊື້ອພະຍາດໂຄວິດ-19 - ảnh 1 ພາບປະກອບ: Go Nakamura/Bloomberg

  ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 51,22 ລ້ານຄົນ, ໃນນັ້ນ ມີກ່ວາ 1,26 ລ້ານຄົນເສຍຊີວິດ. ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 120.356 ຄົນ, ໄລ່ມາຮອດປະຈຸບັນ, ອາເມລິກາ ລວມມີ 10,41 ລ້ານຄົນຕິດເຊື້ອພະຍາດໂຄວິດ-19 ໃນນັ້ນມີກ່ວາ 244.000 ຄົນເສຍຊີວິດ ແລະ ຍັງແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ວັນທີ 09 ພະຈິກ, ບັນດາບໍລິສັດການຢາ Pfizer (ອາເມລິກາ) ແລະ BioNTech (ເຢຍລະມັນ) ໄດ້ປະກາດວັກຊິນກັນພະຍາດໂຄວິດ-19 ຊະນິດໜຶ່ງ ໂດຍ 2 ບໍລິສັດດັ່ງກ່າວສົມທົບກັນຜັນຂະຫຍາຍ ເຊິ່ງລະດັບປະສິດທິຜົນມີເຖິງ 90% ໃນໄລຍະທົດລອງທີ 3 ໂດຍທົດລອງໃສ່ຄົນ ແລະ ກໍ່ແມ່ນໄລຍະສຸດທ້າຍຂອງການທົດລອງທີ່ພວມໄດ້ດຳເນີນ.

        ຕາມອົງການອະນາໄມໂລກ (WHO) ແລ້ວ, ໄລ່ຮອດຕົ້ນເດືອນຕຸລາຜ່ານມາ, ທົ່ວໂລກມີວັກຊິນກັນໂຄວິດ-19 193 ຊະນິດ ພວມໄດ້ຮັບການຜັນຂະຫຍາຍ, ໃນນັ້ນ ມີວັກຊິນ 42 ຊະນິດພວມໄດ້ຮັບການທົດລອງໃສ່ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ