ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 24 ລ້ານຄົນ

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 26 ສິງຫາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 24 ລ້ານຄົນແລ້ວ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 822.000 ຄົນ.
ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 24 ລ້ານຄົນ - ảnh 1(ພາບປະກອບ:THX/ TTXVN)

        ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດມາແມ່ນປະເທດ ບຣາຊິນ, ອິນເດຍ. ໃນນັ້ນ, ອິນເດຍ ໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໂຄວິດໃໝ່ຫລາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາ.

        ເຖິງວ່າໂລກລະບາດໂຄວິດ-19 ພວມສືບຕໍ່ຄຸກຄາມໄປທົ່ວໂລກກໍ່ຕາມ, ແຕ່ຕາມຕົວເລກສະຖິຕິຂອງອົງການອະນາໄມໂລກ (WHO) ໃນໄລຍະມໍ່ໆມານີ້ ໄດ້ສະແດງໃຫ້ເຫັນລະດັບຄວາມໄວໃນການຕິດແປດຂອງໂລກລະບາດທີ່ອັນຕະລາຍນີ້ ພວມມີສັນຍານຫລຸດລົງຢູ່ບາງພາກພື້ນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ