ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 67 ລ້ານຄົນ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 67.368.962 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.541.330  ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 0 ໂມງ 30 ນາທີຂອງວັນທີ 07 ທັນວາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 67.368.962 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.541.330  ຄົນ.

ອາເມລິກາ ຍັງແມ່ນປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19,   ໃນນັ້ນມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 15.153.306 ຄົນ ແລະ ມີຜູ້ເສຍຊີວິດ 288.886 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ, ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ