ງານບຸນລົງນາຢູ່ຕາແສງດ້ອຍເຊີນ, ເມືອງຢີຕຽນ, ແຂວງຮ່ານາມ
(ພາບ: baohanam)
|
Vovworld- ວັນທີ 16/2 (ກົງກັບວັນທີ 7 ບຸນເຕັດ), ຢູ່ຕາແສງດ້ອຍເຊີນ, ເມືອງຢີຕຽນ, ຄະນະກຳມະການປະຊາຊົນແຂວງຮ່ານາມ ໄດ້ຈັດງານບຸນລົງນາ ເພື່ອພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ. ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານໄດ້ເຂົ້າຮ່ວມ ແລະ ໄປຖະຫວາຍທູບທຽນບູຊາພ້ອມກັບຊາວທ້ອງຖິ່ນ. ຜ່ານໄລຍະປະຫວັດສາດນັບພັນປີ, ງານບຸນລົງນາໄດ້ກາຍເປັນການດຳເນີນຊີວິດວັດທະນະທຳຈິດວິນຍານທີ່ສຳຄັນ ແມ່ນມໍລະດົກວັດທະນະທຳຂອງຊາດ. ກ່າວຄຳເຫັນໄຂງານບຸນ, ທ່ານ ເຈີນຊວນໂລກ ເລຂາຄະນະພັກແຂວງໆຮ່ານາມໃຫ້ຮູ້ວ່າ :
“ງານບຸນລົງນາດ້ອຍເຊີນ, ໄດ້ກາຍເປັນຈຸດທີ່ເປັນເອກະລັກດ້ານວັດທະນະທຳຍາມຕົ້ນປີ ແລະ ໄດ້ເຂົ້າສູ່ແນວຄິດຈິດໃຈຂອງຊາວຫວຽດນາມທຸກຄົນ. ໃນຫຼາຍປີທີ່ຜ່ານມາ, ຈາກບັນຍາກາດຍາມຕົ້ນປີຂອງງານບຸນນີ້, ຊາວກະສີກອນແຂວງຮ່ານາມໄດ້ຫ້າວຫັນທຳການປູກຝັງໂດຍນຳໃຊ້ວິທະຍາສາດເຕັກນິກ ເພື່ອພັດທະນາກະສີກຳຮອບດ້ານ. ພິເສດ, ໂຄງການຊົນນະບົດໃໝ່ໄດ້ກາຍເປັນຂະບວນການທີ່ກ້ວາງຂວາງ, ດຶງດູດທຸກໆກຳລັງຮ່ວມແຮງຮ່ວມໃຈກໍ່ສ້າງ ”
ແລະ ກໍໃນວັນທີ 15/2 (ກົງກັບວັນທີ 6 ບຸນເຕັດ), ຊາວພຸດ, ແຂກຄົນທີ່ມາຈາກສາລະທິດໄດ້ພາກັນຫຼັ່ງໄຫຼໄປເມືອງ ມີ້ດຶກ -ຮ່າໂນ້ຍ ເພື່ອເຂົ້າຮ່ວມພິທີໄຂງານບຸນນະມັດສະການວັດເຮືອງ. ງານບຸນນະມັດສະການວັດເຮືອງປີ 2013 ມີຫົວເລື່ອງວ່າ “ ຄວາມງາມວັດທະນະທຳຫວຽດນາມ ” . ທ່ານ ຫງວຽນວັນເຫົ້າ ຮອງປະທານຄະນະກຳມະການປະຊາຊົນເມືອງມີ້ດຶກ, ຫົວໜ້າຄະນະຈັດຕັ້ງ ງານບຸນນະມັດສະການວັດເຮືອງປີ 2013 ໃຫ້ຮູ້ວ່າ :
“ ປີນີ້, ພວກຂ້າພະເຈົ້າສ້າງຕັ້ງໜ່ວຍງານກວດກາລະຫວ່າງຂະແໜງການ, ໃນນັ້ນມີຕຳຫຼວດສິ່ງແວດລ້ອມຂອງຮ່າໂນ້ຍ ແລະ ສູນການແພດປ້ອງກັນຂອງນະຄອນ, ພວກເຮົາຫວັງວ່າ ປະຊາຊົນເຂົ້າຮ່ວມ ງານບຸນນະມັດສະການວັດເຮືອງ ຈະເຂົ້າຮ່ວມການຮັກສາສິ່ງແວດລ້ອມ, ຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ ”
ແລະ ກໍໃນວັນດຽວກັນ, ຢູ່ນະຄອນກວາງງ້າຍ, ກໍໄດ້ຈັດໃຫ້ມີງານບຸນລະດູບານໃໝ່ 2013 ຂຶ້ນ, ອົນໄດ້ດຶງດູດພວກເພື່ອນໜຸ່ມເຂົ້າຮ່ວມຢ່າງຫຼວງຫຼາຍ.