ທ້ອງຖິ່ນຕ່າງໆ ເບິ່ງແຍງດູແລ ຄົນທຸກຍາກໃນ ໂອກາດບຸນເຕັດ

ທ້ອງຖິ່ນຕ່າງໆ ເບິ່ງແຍງດູແລ ຄົນທຸກຍາກໃນ ໂອກາດບຸນເຕັດ - ảnh 1
ການ​ຊ່ວຍ​ເຫຼືອ​ເຂົ້າສານ​ໃຫ້​ຜູ້​ທຸກ​ຍາກ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ


Vovworld- ຍັງ​ເຫຼືອ​ພຽງ​ໜຶ່ງ​ເດືອນ​ອີກ ກໍ​ຈະ​ຮອດ​ບຸນປີ​ໃໝ່​ປະຈຳ​ຊາດຫຼື​ເອີ້ນ​ວ່າ ບຸນ​ເຕັດ, ​ໃນ​ຊຸ​ມມື້​ນີ້, ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​​ປະເທດພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​​ແລ​ໃຫ້​ແກ່​ຄົນ​ທຸກ​ຍາກ​ແນ​ໃສ່​ຮັບປະກັນ​ໃຫ້​ທຸກໆ​ຄອບຄົວ​ລ້ວນ​ແຕ່​ໄດ້​ຕ້ອນຮັບ ບຸນ​ເຕັດດ້ວຍ​ຄວາມ​ອົບ​ອຸ່ນ, ​ເບີກບານ​ມ່ວນ​ຊື່ນ ​ແລະ ປະຢັດ.

    ​ແຂວງ​ແທງ​ຮ້ວາ ​ໄດ້​ກະກຽມຂອງ​ຂວັນ 35.000 ພູດ, ​ແຕ່​ລະ​ພູດ​ມີ​ມຸນ​ຄ່າ​ແຕ່ 200.000 ດົ​ງຂຶ້ນ​ໄປ ​ເພື່ອ​ມອບ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ທີ່​ທຸກ​ຍາກ. ນອກຈາກ​ນັ້ນ, ທາງ​ແຂວງ ຍັງ​ມີ​ຂອງຂວັນ​ເກືອບ 450 ພູດ, ແຕ່​ລະ​ພູດ​ມີ​ມູນ​ຄ່າ 500.000 ດົ​ງ ເພື່ອ​ມອບ​ໃຫ້​ແກ່​ບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງ​​ຍາກ​ເປັນ​ພິ​ເສດ. ທ່ານ​ນາງ ຈິ້ງ​ທິຕຽບ ປະທານ​ສະພາກາ​ແດງ​ແຂວງ ​ແທງ​ຮ້ວາ ​ເວົ້າວ່າ :  

    “ ພວກ​ຂ້າພະ​ເຈົ້າ​ໄດ້​ຮຽກຮ້ອງ​ໃຫ້​ພໍ່​ແມ່​ພີ​ນ້ອງ​ທຸກ​ຄົນ​ໃນ​ບ້ານ, ​ແຕ່ລະຄົນ​ຈົງໃຫ້ການ​ຊ່ວຍ​ເຫຼືອ​ເຂົ້າສານສ່ວນ​ໜຶ່ງ ​ແລະ ​ເງິນສົດເພື່ອ​ມອບ​ໃຫ້​ແກ່​ບັນດາ​ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ໃນ​ໝູ່​ບ້ານ. ວຽກ​ງານ​ນີ້​ກໍ​​ແມ່ນເພື່ອ​ເພີ່ມ​ທະວີ​ຄວສາມ​ສາມັກຄີ, ຜູກ​ພັນ​ກັນ​ລະຫວ່າງ​ບັນດາ​ຄອບຄົວ, ຈາກ​ນັ້ນ​ກໍ​ຮຽກຮ້ອງ​ໃຫ້​ມີ​ການ​ຊ່ວຍ​ເຫຼືອ​ຈາກ​ວົງ​ຄະນະ​ຍາດ​ຕື່ມອີກ. ”

    ​ໃນ​ຂະນະ​ນັ້ນ, ​ແຂວງ​ກວາງ​ນິງ ກໍ​ພວມ​ດຳ​ເນີນ​ການ​ສຳ​ຫຼວດ, ກວດກາ​ບັນດາ​ເປົ້າໝາຍຄອບ​ຄົວທຸກ​ຍາກ​,ເປົ້າ​ໝາຍ​ນະ​ໂຍບາຍ​-ສັງຄົມເພື່ອ​ໜູນ​ຊ່ວຍ​ໃນ​ໂອກາດບຸນ​ເຕັດປີ​ນີ້. ສ່ວນນະຄອນ ດາ​ນັ້ງ ​ໄດ້​ຕົກລົງ​ຫັກ​ເງິນ​ກ່ວາ 20 ຕື້​ດົງ​ເພື່ອ​ຊື້​ຂອງຂວັນ, ໜູນ​ຊ່ວຍ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​-ສັງຄົມໃນ​ບໍລິ​ເວນ​ນະຄອນ ໃນ​ໂອກາດບຸນ​ເຕັດປີ​ນີ້.

ຂ່າວ/ບົດ​ອື່ນ