(vovworld) – ວັນທີ 14/4, ທ້ອງຖິ່ນຕ່າງໆໃນທົ່ວປະເທດໄດ້ຈັດຕັ້ງກອງປະຊຸມປຶກສາຄັ້ງທີ 3 ເພື່ອສ້າງບັນຊີລາຍຊື່ບັນດາຜູ້ມີມາດຕະຖານຢ່າງພຽງພໍເພື່ອອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016 – 2021 ຢ່າງເປັນທາງການ.
ຢູ່ແຂວງ ຟູ໋ອຽນ, ບັນຊີລາຍຊື່ບັນດາຜູ້ມີມາດຖານຢ່າງພຽງພໍເພື່ອອອກສະໝັກເລືອກຕັ້ງເປັນ ສສຊ ລວມມີ 8 ທ່ານທີ່ພວມປະຕິບັດງານ ແລະ ທີ່ຢູ່ອາໄສໃນທ້ອງຖິ່ນ. ໃນນັ້ນ ແມ່ຍິງມີ 3 ທ່ານ, ຜູ້ອາຍຸໜຸ່ມນ້ອຍ 3 ທ່ານ ແລະ ຊາວຊົນເຜົ່າສ່ວນໜ້ອຍໜຶ່ງທ່ານ. ສ່ວນບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນອາຍຸການ 2016 – 2021 ລວມມີ 84 ທ່ານ.
ຢູ່ແຂວງ ກາເມົາ, ມີຜູ້ສະໝັກເລືອກຕັ້ງເປັນ ສສຊ ຊຸດທີ 14 ມີ 17 ທ່ານ, ໃນນັ້ນແມ່ຍິງມີ 9 ທ່ານ, ຜູ້ບໍ່ແມ່ນສະມາຊິກພັກມີ 4 ທ່ານ, ຊາວຊົນເຜົ່າສ່ວນໜ້ອຍມີ 5 ທ່ານ ແລະ ຜູ້ທີ່ມີອາຍຸຕຳ່ກ່ວາ 40 ປີມີ 10 ທ່ານ. ສ່ວນບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນອາຍຸການ 2016 – 2021 ມີ 117 ທ່ານ.
ທີ່ກອງປະຊຸມປຶກສາຄັ້ງທີ 3, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຫວີງຟຸກ ໄດ້ປຶກສາຫາລື, ລົງມະຕິເຫັນດີເປັນເອກະພາບບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນ ສສຊ ຊຸດທີ 14 ໂດຍບັນດາອົງການ, ຫົວໜ່ວຍຢູ່ທ້ອງຖິ່ນສະເໜີຢ່າງເປັນທາງການລວມມີ 8 ທ່ານ. ໃນນັ້ນແມ່ຍິງກວມ 62,5%, ຊາວຊົນເຜົ່າສ່ວນໜ້ອຍກວມ 25%, ຜູ້ມີອາຍຸໜຸ່ມນ້ອຍກວມ 37,5%. ບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນອາຍຸການ 2016 – 2021 ມີ 84 ທ່ານ, ໃນນັ້ນແມ່ຍິງກວມ 40,5%, ຊາວຊົນເຜົ່າສ່ວນໜ້ອຍກວມ 3,6%, ຜູ້ມີອາຍຸໜຸ່ມນ້ອຍ 27,4% ແລະ ຜູ້ທີ່ບໍ່ເປັນສະມາຊິກພັກກວມ 15,5%.
ສ່ວນຢູ່ແຂວງ ໄຕນີງ ໄດ້ເຫັນດີເປັນເອກະສັນຕໍ່ບັນຊີລາຍຊື່ ຜູ້ມີມາດຖານຢ່າງພຽງພໍທີ່ໄດ້ສະເໜີສະໝັກເລືອກຕັ້ງເປັນ ສສຊ ຊຸດທີ 14 ມີ 8 ທ່ານ. ນອກນັ້ນ, ຍັງມີສະມາຊິກຂອງສູນກາງໄດ້ຮັບສະເໜີເປັນສສຊ ຊຸດທີ 14, ຫົວໜ່ວຍ ໄຕນີງມີ 2 ທ່ານ. ທ່ົວແຂວງມີ 87 ທ່ານທີ່ມີມາດຖານຢ່າງພຽງພໍຖືກສະເໜີສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ໄຕນີງ ອາຍຸການ 2016 – 2021 ຢ່າງເປັນທາງການ.
ຢູ່ແຂວງ ລາຍເຈົາ, ກອງປະຊຸມປຶກສາຄັ້ງທີ 3 ໄດ້ເຫັນດີເປັນເອກະສັນ ຕໍ່ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງທີ່ມີມາດຕະຖານຢ່າງພຽງພໍເພື່ອເລືອກຕັ້ງເປັນ ສສຊ ຊຸດທີ 14 ມີ 8 ທ່ານ. ຜູ້ອອກສະໝັກເລືອກຕັ້ງທີ່ມີມາດຕະຖານຢ່າງພຽງພໍເພື່ອເລືອກຕັ້ງສະມາຊິກສະພາປະຊາຊົນແຂວງລາຍເຈົາອາຍຸການ 2016 – 2021 ລວມມີ 84 ທ່ານ.