ການເຮັດວຽກຢູ່ແຂວງ ຮືງອຽນ
(ພາບ: nhandan.com.vn)
|
(vovworld) – ວັນທີ 23/3, ຄະນະປະຕິບັດງານຂອງສະພາເລືອກຕັ້ງແຫ່ງຊາດໂດຍ ທ່ານ ຫວູຈ້ອງກິມ, ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຮັດວຽກກັບແຂວງ ຮືງອຽນ ກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021. ຕາມການຕີລາຄາຂອງຄະນະປະຕິບັດງານແລ້ວ, ວຽກງານເລືອກຕັ້ງຢູ່ແຂວງ ຮືງອຽນ ໄດ້ປະຕິບັດຖືກກັບຂັ້ນຕອນ, ຂໍ້ກຳນົດຂອງກົດໝາຍ, ຮັບປະກັນໃຫ້ທັນການ, ຖືກກັບຄວາມຄືບໜ້າ…
ແລະກໍ່ໃນວັນທີ 23/3, ຄະນະກຳມະການແນວໂຮມປະເທດຊາດແຂວງ ຟູ໋ເທາະ ໄດ້ຈັດຕັ້ງ “ກອງປະຊຸມແນະນຳການດຳເນີນຮັບເອົາຄຳເຫັນຕີລາຄາ ແລະ ໄວ້ວາງໃຈຂອງຜູ້ມີສິດເລືອກຕັ້ງໃນບໍລິເວນບ່ອນຢູ່ອາໄສສຳລັບບັນດາຜູ້ອອກສະໝັກເລືອກຕັ້ງ ສສຊ ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນແຂວງ ອາຍຸການ 2016 - 2021”.
ແລະກໍ່ໃນວັນດຽວກັນ, ຄະນະກຳມະການເລືອກຕັ້ງແຂວງ ໄຕນີງ ໄດ້ຈັດວາລະປະຊຸມຄັ້ງທີ 5 ເພື່ອຕີລາຄາຄວາມຄືບໜ້າໃນການເລືອກຕັ້ງຈະມາເຖິງ.
ກ່ອນໜ້ານັ້ນ, ແຕ່ວັນທີ 21 – 23/3, ຄະນະປະຕິບັດງານຂອງຄະນະຊີ້ນຳເຂດ ໄຕບັກ ໄດ້ລົງກວດກາວຽກງານເລືອກຕັ້ງຢູ່ແຂວງ ຮ່າຢາງ. ຕາມການຕີລາຄາແລ້ວ, ເນື້ອໃນການກະກຽມໃຫ້ວຽກງານເລືອກຕັ້ງຢູ່ແຂວງ ຮ່າຢາງ ໄດ້ປະຕິບັດຢ່າງຖືກຕ້ອງ, ຖືກຕາມຂັ້ນຕອນ ແລະ ຄວາມຄືບໜ້າ.