ທ້ອງຖິ່ນຕ່າງໆຕັ້ງໜ້າກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະພາປະຊາຊົນ

ທ້ອງຖິ່ນຕ່າງໆຕັ້ງໜ້າກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະພາປະຊາຊົນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 29/2, ກຳມາ​ທິການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ແລະ ສະມາ​ຊິກ​ສະພາ​ປະຊາຊົນນະຄອນ ​ເກີ​ນ​ເທີ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ວຽກ​ງານ​ກະກຽ​ມ​ການເລືອກ​ຕັ້ງ​ ສສຊ ​ແລະ ສະມາຊິກ​ສະພາ​ປະຊາຊົນ ທຸກ​ຂັ້ນຢູ່​ນະຄອນ ​ເກີນ​ເທີ​ອາຍຸ​ການ 2016 – 2021. ຕາມ​ກຳມາ​ທິການ​ເລືອກ​ຕັ້ງ​ນະຄອນ ​ເກີ​ນ​ເທີ ​ແລ້ວ​, ບັນດາ​ອະນຸ​ກຳມະການ​ຄື: ອະນຸ​ກຳມະການປ​້ອງກັນ​ໂຄສະນາ​ເຜີຍ​​ແຜ່, ອະນຸ​ກຳມະການຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ແລະ ຄວາມ​ປອດ​ໄພທາງ​ສັງຄົມ…​ໄດ້​ສ້າງ​ແຜນການ​ກ່ຽວ​ກັບ​ວຽກ​ງານການ​ເລ​ືອກຕັ້ງ​ແລ້ວ.  ທ່ານ ຟ້າ​ມວັນ​ຫຽວ, ຫົວໜ້າ​ຄະນະ​ເລືອກ​ຕັ້ງ​ນະຄອນ ​ເກີນ​ເທີ, ຮຽກຮ້ອງ​ໃຫ້​ບັນດາ​ສະມາ​ຊິກຂອງ​ກຳມາ​ທິການ​ເລືອກ​ຕັ້ງ, ​ອະນຸ​ກຳມະການ​ຕ່າງໆ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນການ​ທີ່​​ໄດ້​ຈັດ​ແບ່ງ, ສ້າງ​ແຜນການ​ກວດກາ​ລະອຽດ​ຢູ່ບັນດາ​ຕາ​ແສງ, ​ເທດສະບານ​ແຕ່​ເວລາ​ນີ້​ຕະຫຼອດ​ຮອດ​ການ​ເລືອກ​ຕັ້ງ​​ໃຫ້ບັນ​ລຸ​ຜົນ​ສຳ​ເລັດ, ກະກຽມ​ພື້ນຖານ​ດ້ານ​ວັດ​ຖຸ ​ແລະ ຍານພາຫະນະ​ຮັບ​ໃຊ້​ການ​ເລືອກ​ຕັ້ງ​ເປັນ​ຢ່າງ​ດີ​ບົນ​ຈິດ​ໃຈ​ປະຢັດ.

        ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຫງວຽນ​ວັນ​ດອກ, ​ເລຂາຄະນະພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ, ຫົວ​ໜ້າ​ຄະນະ​ຊີ້​ນຳ​ການ​ເລືອກ​ຕັ້ງ​ແຂວງ ກວາງ​ນີງ ​ໄດ້​ຮຽກ​ຮ້ອງ​ ​ບັນດາ​ທ້ອງ​ຖິ່ນ​ພາຍໃນ​ແຂວງ​ສ້າງ​ແຜນ​ຮ່າງ​ບຸ​ກຄະລາ​ກອນ​​ໃຫ້​ຖືກ​ກັບບັນດາ​ຂໍ້​ກຳນົດ​ຂອງ​ສູນ​ກາງ​ເພື່ອ​ຮັບປະກັນ​ປະຕິບັດ​ຂໍ້​ກຳນົດ​ຕ່າງໆ​ຢ່າງ​ຖືກຕ້ອງ.

        ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ດັກ​ລັກ, ບີ່​ງ​ເຟືອ​ກ ກໍ​ຈັດ​ຕັ້ງ​ກອງ​ປະຊຸມ​ແນະນຳ​​ເນື້ອ​ໃນ, ລະບຽບ​ການ, ຂັ້ນ​ຕອນ​ແນະນຳ​ຜູ້​ອອກ​ສະໝັກ​ເລ​ືອກຕັ້ງ​​ເປັນ ສສຊ ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ແຂວງ ອາຍຸ​ການ 2016 – 2021.


ຂ່າວ/ບົດ​ອື່ນ