ທ້ອງຖິ່ນຕ່າງໆຕອບສະໜອງງານບຸນ ປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນ ປະທານໂຮ່ຈິມິນ

ທ້ອງຖິ່ນຕ່າງໆຕອບສະໜອງງານບຸນ ປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນ ປະທານໂຮ່ຈິມິນ - ảnh 1

(ພາບ:ອິນ​ເຕັດ​ແນັດ)

(vovworld) -  ​ໃນ​ໂອກາດ​ລະດູ​ບານ​ໃໝ່​ປີ​ມະ​ເສ​ງ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ພ້ອມ​ກັນ​ປຸກລະດົມງານ​ບຸນ​ປູກ​ຕົ້ນ​ໄມ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ປະທານ​ໂຮ່ຈິ​ມິນ ຕະຫຼອ​ດໄປ. ​ແຂວງ​ຟູ​ທໍ້ ສູ້ຊົນປູກ​ຕົ້ນ​ໄມ້​ກ່ວາ 700.000 ຕົ້ນ ​ແລະ ປູກ​ປ່າ​ໃນ​ເນື້ອ​ທີ່​ດິນ 700 ​​ເຮັກ​ຕາ​ໃນ​ໄລຍະ​ເວລາ 1 ​ເດືອນ. ​ໃນ​ຂະນະ​ນັ້ນ, ພະນັກງານ​, ພາລະ​ກອນ, ຊາວ​ໜຸ່ມ​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ, ​ໂຮງຮຽນ​ແຂວງ​ຊອກ​ຈັງ ​ໄດ້​ເຂົ້າຮ່ວມ​ພິທີ​ປຸກລະດົມ​ງານ​ບຸນ​ປູກ​ຕົ້ນ​ໄມ້​ໃນລະດູ​ບານ​ໃໝ່​ປີ​ມະ​ເສ​ງ. ສ່ວນ 11 ​ເມືອງ, ນະຄອນ​ຂອງ​ແຂວງ​ຮ່າ​ຢາງ ​ກໍ່​ໄດ້​ປຸກລະດົມຂະ​ບວນການ​ປູກ​ຕົ້ນ​ໄມ້​ ອັນ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ພະນັກງານ, ສະມາຊິກ​ພັກ, ນັກຮົບ​ບັນດາ​ກຳລັງ​ປະກອບ​ອາວຸດ, ນັກຮຽນ, ນັກ​ສຶກສາ ​ແລະ ປະຊາຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ນັບ​ພັນ​ຄົນ. ປີ 2013, ຮ່າ​ຢາງ ສູ້​ຊົນ​ປູກ​ປ່າ​ໃໝ່​ໃນ​ເນື້ອ​ທີ່​ດິນ​ເກືອບ 4000 ​​ເຮັກ​ຕາ.

 

ຂ່າວ/ບົດ​ອື່ນ