ທ້ອງຖິ່ນຕ່າງໆລະມັດລະວັງຕໍ່ຜົນ​ສະ​ທ້ອນ​ຈາກພາຍຸ Bebinca

(VOVWORLD) -ຕອນເຊົ້າວັນທີ 17 ສິງຫາ, ພາຍຸ Bebinca ໄດ້ພັດເຂົ້າເຂດທະເລແຂວງ ນາມດິ້ງ - ແທງຮວາ ແລະ ອ່ອນລົງເປັນຄວາມດັນອາກາດຕ່ຳ ກໍ່ໃຫ້ເກີດແຮງລົມຂັ້ນ 6 – 7 ຢູ່ເຂດແຄມທະເລຈາກແຂວງ ທາຍບິ່ງ ຮອດແຂວງ ແທງຮວາ.

ທ້ອງຖິ່ນຕ່າງໆລະມັດລະວັງຕໍ່ຜົນ​ສະ​ທ້ອນ​ຈາກພາຍຸ Bebinca - ảnh 1ທ້ອງຖິ່ນຕ່າງໆລະມັດລະວັງຕໍ່ໜ້າສະພາບການພາຍຸ Bebinca

(ພາບ: TTXVN)

ໃນວັນທີ 17 ສິງຫາ ແລະ ຄ່ຳຄືນວັນດຽວກັນ, ກໍ່ໃຫ້ເກີດສະພາບຝົນຕົກໜັກຢູ່ບັນດາແຂວງ ຮ່ວາບິ່ງ, ເຊີນລາ, ອຽນບາຍ, ແທງຮວາ ແລະ ເງະອານ ດ້ວຍປະລິມານນ້ຳຝົນແຕ່ 50 – 100 mm, ອາດຈະມີໄພເກີດນ້ຳຖ້ວມຢູ່ເຂດພື້ນດິນຕ່ຳ ແລະ ດິນເຊາະເຈື່ອນຢູ່ເຂດພູພຽງ.

        ພັນເອກ ເຈີ່ນເຢືອງກຽນ, ຫົວໜ້າຫ້ອງການກູ້ໄພກູ້ຊີບທະຫານປ້ອງກັນຊາຍແດນຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດຈຸດເວລານີ້, ກ່ຳປັ່ນທຸກລຳໄດ້ເຂົ້າເຂດປອດໄພ, ບໍ່ມີກ່ຳປັ່ນລຳໃດຖືກຈົມນ້ຳຢູ່ທະເລ.

        ຕາມທ່ານ ເຈີ່ນຊວນດິງ, ຮອງຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ຍ້ອນໄດ້ເປັນເຈົ້າການຮັບມືກັບພາຍຸ Bebinca, ສະນັ້ນ ຮອດຈຸດເວລານີ້, ຄວາມເສຍຫາຍໃນການຜະລິດກະສິກຳແມ່ນບໍ່ຫຼາຍ.

        ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນລະດົມກຳລັງ, ພາຫະນະເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ