ແຂວງ ບີ່ງເຢືອງ ຈັດຕັ້ງພິທີຍ້ອງຍໍຊົມເຊີຍບັນດາທ່ານໝໍດີເດັ່ນ
|
(vovworld) – ວັນທີ 27/2, ແມ່ນວັນສະເຫຼີມສະຫຼອງ 61 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955 – 27/2/2016). ເນື່ອງໃນເຫດການນີ້, ຢູ່ ຮ່າໂນ້ຍ, ຕອນບ່າຍວັນທີ 26/2, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນສະມາຄົມໃຫຍ່ແພດສາດ ຫວຽດນາມ, ໂຮງໝໍເສນາຮັກ 354…
ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ພະແນກສາທາລະນະສຸກ ນະຄອນໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 61 ປີແຫ່ງວັນແພດໝໍ ຫວຽດນາມ. ທີ່ພິທີສະເຫຼີມສະຫຼອງ, ພະນັກງານແພດໝໍນະຄອນ ໂຮ່ຈີມິນ ທຸກໆຄົນຕັດສິນໃຈສືບຕໍ່ສ້າງຜົນງານຫຼາຍຢ່າງໃນປີ 2016.
ທີ່ພິທີສະເຫຼີມສະຫຼອງ ວັນແພດໝໍ ຫວຽດນາມ, ວັນທີ 26/2, ທ່ານ ດັ້ງມິງຮືງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: ປີ 2016, ແຂວງ ບີ່ງເຢືອງ ສູ້ຊົນເພີ່ມອັດຕາຕາແສງ, ເທດສະບານເມືອງ ບັນລຸມາດຖານແຫ່ງຂາດກ່ຽວກັບດ້ານການແພດ… ເນື່ອງໃນໂອກາດນີ້, ກ່ວາ 110 ໝູ່ຄະນະ, ບຸກຄົນ, ທ່ານໝໍ ໄດ້ຮັບການຍ້ອງຍໍ, ຊົມເຊີຍ.