ທ່ອງທ່ຽວກຽມພ້ອມຕ້ອນຮັບໂອກາດທີ່ດີດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ

(VOVWORLD) - ຕາມຂໍ້ກຳນົດໃໝ່, ກຳນົດເວລາຂອງວີຊາເອເລັກໂຕນິກ (e-visa) ໃຫ້ແກ່ແຂກທ່ອງທ່ຽວຈະຖືກຍົກແຕ່ 30 ວັນຂຶ້ນເປັນ 90 ວັນ.
ທ່ອງທ່ຽວກຽມພ້ອມຕ້ອນຮັບໂອກາດທີ່ດີດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ - ảnh 1ແຂກທ່ອງທ່ຽວຢູ່ ຫວຽດນາມ
(ພາບ:Hồng Đạt - TTXVN  )

ວັນທີ 15 ສິງຫາ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ, ຜ່ານແດນ, ພັກອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ ດ້ວຍການປ່ຽນແປງສຳຄັນກ່ຽວກັບນະໂຍບາຍວີຊາ ແລະ ເວລາພັກອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ ມີຜົນສັກສິດຢ່າງເປັນທາງການ.

        ຕາມຂໍ້ກຳນົດໃໝ່, ກຳນົດເວລາຂອງວີຊາເອເລັກໂຕນິກ (e-visa) ໃຫ້ແກ່ແຂກທ່ອງທ່ຽວຈະຖືກຍົກແຕ່ 30 ວັນຂຶ້ນເປັນ 90 ວັນ. ພາຍຫຼັງໄດ້ອອກວີຊາເອເລັກໂຕນິກ, ໃນເວລາ 90 ວັນ, ແຂກທ່ອງທ່ຽວກໍ່ໄດ້ເຂົ້າ, ອອກເມືອງໂດຍບໍ່ຈຳກັດຄັ້ງ, ບໍ່ຕ້ອງເຮັດລະບຽບການຂໍວີຊາໃໝ່. ໄປຄຽງຄູ່ກັນນັ້ນ, ພົນລະເມືອງຂອງບັນດາປະເທດ ໂດຍ ຫວຽດນາມ ຍົກເວັ້ນວີຊາໄດ້ອະນຸຍາດໃຫ້ພັກອາໄສເປັນເວລາ 45 ວັນພຽງລຳພັງຝ່າຍດຽວ (ກ່ອນນັ້ນແມ່ນກຳນົດ 15 ວັນ) ແລະ ຈະພິຈາລະນາອອກວີຊາ, ຕໍ່ກຳນົດການພັກອາໄສຕາມຂໍ້ກຳນົດ…

        ສຳລັບບັນດາວິສາຫະກິດທ່ອງທ່ຽວ, ນີ້ແມ່ນກາລະໂອກາດທີດີເພື່ອສ້າງບັນດາຜະລິດຕະພັນການທ່ອງທ່ຽວ ດ້ວຍເວລາແກ່ຍາວ, ດຶງດູດບັນດາຕະຫຼາດແຂກທ່ອງທ່ຽວມີຄວາມສາມາດໃຊ້ຈ່າຍຫຼາຍກ່ວາ, ເວລາພັກອາໄສດົນກ່ວາ ກໍ່ຄືແຜນການດຳເນີນທຸລະກິດໄລຍະຍາວກ່ວາ, ສ້າງກຳລັງດຶງດູດສຳລັບບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ. ທ່ານ ຟ້າມແອັງຫວູ, ຜູ້ອຳນວຍການສື່ສານບໍລິສັດຫຸ້ນສ່ວນສື່ສານທ່ອງທ່ຽວ ຫວຽດ, ໃຫ້ຮູ້ວ່າ:

        “ສຳລັບບັນດາບໍລິສັດທ່ອງທ່ຽວ, ພວກຂ້າພະເຈົ້າເຫັນວ່າສິ່ງດັ່ງກ່າວຈະກະທົບຢ່າງຕັ້ງໜ້າເຖິງການເຄື່ອນໄຫວຂອງພວກຂ້າພະເຈົ້າ. ເລື່ອງຕໍ່ກຳນົດເວລາພັກອາໄສຂອງ ວີຊາ ຢູ່ ຫວຽດນາມ ແມ່ນເງື່ອນໄຂທີ່ດີເພື່ອແກ່ງແຍ້ງໃນສະພາບການການທ່ອງທ່ຽວປະຈຸບັນ. ສິ່ງດັ່ງກ່າວເຮັດໃຫ້ແຂກທ່ອງທ່ຽວເລືອກເຟັ້ນມາທ່ຽວ ຫວຽດນາມ ຈະມີຫຼາຍວັນເວລາເພື່ອເຂົ້າຮ່ວມບັນດາລາຍການທ່ອງທ່ຽວຢູ່ ຫວຽດນາມ ກໍ່ຄືບັນດາປະເທດໃກ້ຄຽງ”.

 

ຕອບກັບ

ຂ່າວ/ບົດ​ອື່ນ