ທ່ອງທ່ຽວທະເລໝູ່ເກາະ, ວັດທະນະທຳ, ປະຫວັດສາດສືບຕໍ່ກຳນົດເຄື່ອງໝາຍການຄ້າທ່ອງທ່ຽວເຂດເສດຖະກິດຈຸດສູມທາງພາກກາງ

(VOVWORLD) -ເຂດເສດຖະກິດຈຸດສູມທາງພາກກາງມີປັດໄຈດ້ານກຳລັງຄວາມສາມາດ, ທ່າສະດວກຢ່າງພຽງພໍໃນການຮ່ວມສຳພັນ, ຮ່ວມມືດ້ານການທ່ອງທ່ຽວກັບນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ
ທ່ອງທ່ຽວທະເລໝູ່ເກາະ, ວັດທະນະທຳ, ປະຫວັດສາດສືບຕໍ່ກຳນົດເຄື່ອງໝາຍການຄ້າທ່ອງທ່ຽວເຂດເສດຖະກິດຈຸດສູມທາງພາກກາງ - ảnh 1(ທ່ານ ເຈິ່ນຮ່ວາງຕວນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກວາງ້າຍ)

ເວທີປາໄສຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນເຂດເສດຖະກິດຈຸດສູມທາງພາກກາງ ໄດ້ດຳເນີນໃນວັນທີ 08 ສິງຫາ, ຢູ່ແຂວງ ກວາງງ້າຍ. ຢູ່ທີ່ນີ້, ບັນດາຜູ້ແທນຖືວ່າ: ເຂດເສດຖະກິດຈຸດສູມທາງພາກກາງມີປັດໄຈດ້ານກຳລັງຄວາມສາມາດ, ທ່າສະດວກຢ່າງພຽງພໍໃນການຮ່ວມສຳພັນ, ຮ່ວມມືດ້ານການທ່ອງທ່ຽວກັບນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ເພື່ອປະຕິບັດບັນດາມາດຕະການແກ້ໄຂຟື້ນຟູຢ່າງຄົບຊຸດ, ດຶງດູດນັກທ່ອງທ່ຽວໃຫ້ຫຼາຍກວ່າເກົ່າ. ທ່ານ ເຈິ່ນຮ່ວາງຕວນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກວາງ້າຍ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ ລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງ ໂດຍສະເພາະແມ່ນກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະມີການກຳນົດທິດ, ມາດຕະການແກ້ໄຂຢ່າງແຮງ, ບຸກທະລຸ ເພື່ອໃຫ້ທ້ອງຖິ່ນເຂດເສດຖະກິດຈຸດສູມທາງພາກກາງ ປຸກລຸກຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຕົນໃນການຮ່ວມສຳພັນພັດທະນາການທ່ອງທ່ຽວແບບຍືນຍົງ ໃນສະພາບການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ແລະ ທ່າອ່ຽງເຊື່ອມໂຍງພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ