ທ່ອງທ່ຽວໂລກຮັບຮູ້ທ່າເຕີບໂຕຄືນໃໝ່

(VOVWORLD) - UNWTO ຫວັງວ່າ, ທ່ອງທ່ຽວທົ່ວໂລກຈະຟື້ນຟູໃນປີ 2022.
ທ່ອງທ່ຽວໂລກຮັບຮູ້ທ່າເຕີບໂຕຄືນໃໝ່ - ảnh 1(ພາບປະກອບ: AFP/TTXVN)

ອົງການທ່ອງທ່ຽວໂລກ ຂຶ້ນກັບສະຫະປະຊາຊາດ (UNWTO) ໃຫ້ຮູ້ວ່າ ຂະແໜງທ່ອງທ່ຽວໂລກໄດ້ເຕີບໂຕໃນເດືອນ ກໍລະກົດ ຜ່ານມາ ຍ້ອນລະດັບການສັກວັກຊິນກັນໂຄວິດ-19 ໄດ້ຮັບການຍູ້ໄວ ແລະ ບັນດາມາດຕະການຈຳກັດຄ່ອຍໆໄດ້ຍົກເລີກ. ໃນແຈ້ງການວັນທີ 04 ຕຸລາ, UNWTO ຊີ້ແຈ້ງວ່າ ໃນເດືອນ ກໍລະກົດ ຜ່ານມາ, ມີ 54 ລ້ານເທື່ອຄົນໃນໂລກໄປທ່ອງທ່ຽວຕ່າງປະເທດ, ລະດັບສູງສຸດນັບແຕ່ເດືອນ ເມສາ ປີ 2020, ເພີ່ມຂຶ້ນ 58% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ໝາກຜົນທີ່ບັນລຸໄດ້ນັ້ນກໍ່ຍ້ອນມີຫຼາຍປະເທດ, ໃນນັ້ນສ່ວນຫຼາຍແມ່ນຢູ່ ເອີລົບ ແລະ ອາຟະລິກາ ໄດ້ເປີດປະຕູບັນດາສະຖານທີ່ທ່ອງທ່ຽວສຳລັບຊາວຕ່າງປະເທດ, ກໍຄືຄວາມຄືບໜ້າທີ່ບັນລຸໄດ້ໃນການຜັນຂະຫຍາຍການສັກວັກຊິນ. UNWTO ຫວັງວ່າ, ທ່ອງທ່ຽວທົ່ວໂລກຈະຟື້ນຟູໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ