ທະນາຄານStandardCharteredຈະສືບຕໍ່ໜູນຊ່ວຍຫວຽດນາມໃນບັນດາບັນຫາເສດຖະກິດ
(ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ
ຕ້ອນຮັບ ທ່ານ Nirukt Sapru)
(vovworld) –ທີ່ການຕ້ອນຮັບ ທ່ານ Nirukt Sapru, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartered ຫວຽດນາມ ທັງເປັນຜູ້ອຳນວຍການໃຫຍ່ຮັບຜິດຊອບ 5 ປະເທດກຸ່ມອາຊ່ຽນ ແລະ ອາຊີໃຕ້, ໃນຕອນບ່າຍ ວັນທີ 22/6, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ສະເໜີ ທະນາຄານ Standard Chartered ສືບຕໍ່ເພີ່ມທະວີການໜູນຊ່ວຍບັນດາອົງການ ຂອງລັດຖະບານຫວຽດນາມ ໃນວິວັດແຫ່ງການເຮັດວຽກກັບບັນດາອົງການຈັດອັນດັບສາກົນ, ເຊິ່ງລວມມີການແບ່ງປັນບົດຮຽນທີ່ດີ ຂອງສາກົນ ແລະ ຍົກອອກຂໍ້ສະເໜີແນະ ກັບຫວຽດນາມ ໃນການຍົກສູງຄຸນນະພາບການພົວພັນຮ່ວມມື. ພ້ອມທັງແລກປ່ຽນຂໍ້ມູນຂ່າວສານ ກັບບັນດາອົງການຕີລາຄາຄວາມໄວ້ວາງໃຈ ເປັນປະຈຳ ເພື່ອຊ່ວຍໃຫ້ບັນດາອົງການນີ້ ມີຂໍ້ສັງເກດຢ່າງຮອບດ້ານ, ອັດຕະວິໄສ ກ່ຽວກັບສະພາບເສດຖະກິດ-ສັງຄົມ ຂອງຫວຽດນາມ, ເພີ່ມທະວີຮູບພາບທີ່ຕັ້ງ ຂອງຫວຽດນາມ ໃນເວທີສາກົນເວົ້າລວມ ແລະ ປະຊາຄົມບັນດານັກລົງທຶນສາກົນ ເວົ້າສະເພາະ. ສ່ວນ ທ່ານ Nirukt Sapru ຢັ້ງຢືນວ່າ: ທະນາຄານ Standard Chartered ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການອັບເດດ, ແບ່ງປັນຕີລາຄາກ່ຽວກັບຕະຫຼາດການເງິນສາກົນ, ພັດທະນາຕະຫຼາດການເງິນພາຍໃນປະເທດ ແລະ ບັນດາບັນຫາເສດຖະກິດມະຫາພາກອື່ນໆ.