ທະ​ນາ​ຄານ​ດີ​ຈີ​ຕອນ ແລະ ການ​ຊຳ​ລະ​ເອ​ເລັກ​ໂຕ​ນິກ: ​ລັກ​ສະ​ນະ​ເຈາະ​ຈີມ​ຈາກ​ວິ​ກິດ​ການ Covid – 19

(VOVWORLD) -ຕອນບ່າຍວັນທີ 21 ພຶດສະພາຢູ່ຮ່າໂນ້ຍ, ໜັງສືພິມ ເວທີປາໄສວິສາຫະກິດ (ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ) ໄດ້ຈັດຕັ້ງການໂອ້ລົມສົນທະນາທາງອອນລາຍດ້ວຍຫົວຂໍ້ວ່າ: ທະນາຄານດີຈີຕອນ ແລະ ການຊຳລະເອເລັກໂຕນິກ: ລັກສະນະເຈາະຈີມຈາກວິກິດການ Covid – 19”
ທະ​ນາ​ຄານ​ດີ​ຈີ​ຕອນ ແລະ ການ​ຊຳ​ລະ​ເອ​ເລັກ​ໂຕ​ນິກ: ​ລັກ​ສະ​ນະ​ເຈາະ​ຈີມ​ຈາກ​ວິ​ກິດ​ການ Covid – 19 - ảnh 1ການໂອ້ລົມສົນທະນາທາງອອນລາຍດ້ວຍຫົວຂໍ້ວ່າ: ທະນາຄານດີຈີຕອນ ແລະ ການຊຳລະເອເລັກໂຕນິກ: ລັກສະນະເຈາະຈີມຈາກວິກິດການ Covid – 19”  (ພາບ:  enternews.vn)

ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານຫວູຕຽນລົກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກ ທີ່ສາມາດຄວບຄຸມ ໂລກລະບາດ Covid – 19 ໄດ້ເປັນຢ່າງດີພໍສົມຄວນ. ລັດຖະບານ ຫວຽດນາມໄດ້ເລີ່ມດຳເນີນ ການຟື້ນຟູພື້ນຖານເສດຖະກິດຄືນໃໝ່ຢ່າງເປັນທາງການ.

ຕາມທ່ານຫວູຕຽນລົກແລ້ວ, ມີວຽກງານຫຼາຍຢ່າງຕ້ອງ ປະຕິບັດເພື່ອ ສ້າງໂຄງປະກອບພື້ນຖານເສດຖະກິດພາຍຫຼັງໂລກລະບາດ ຄືນໃໝ່. ໜຶ່ງໃນບັນດາວຽກງານສຳຄັນນັ້ນແມ່ນຕ້ອງປະຕິບັດການຫັນພື້ນຖານເສດຖະກິດ, ວິສາຫະກິດເປັນດີຈີຕອນ , ຍູ້ແຮງການຄ້າເອເລັກໂຕນິກ.

ແລະກໍ່ໃນການໂອ້ລົມສົນທະນາ, ບັນດານັກບັນລະຍາຍລ້ວນແຕ່ມີຂໍ້ສັງເກດອັນດຽວກັນວ່າ ໃນຈຳນວນບັນດາພື້ນຖານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີທ່າໄດ້ປຽບເພື່ອພັດທະນາເສດຖະກິດດີຈີຕອນ. ຫວຽດນາມມີພື້ນຖານໂຄງລ່າງດີຈີຕອນພັດທະນາດີພໍສົມຄວນເມື່ອທຽບໃສ່ບັນດາພື້ນຖານເສດຖະກິດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ