ທະນາຄານສູນກາງ ອັງກິດ ເພີ່ມອັດຕາດອກເບ້ຍຂຶ້ນສູງທີ່ສຸດ ນັບແຕ່ປີ 1995 ມານີ້
(VOVWORLD) -ນີ້ແມ່ນການເພີ່ມອັດຕາດອກເບ້ຍເທື່ອທີ 6 ນັບແຕ່ເດືອນ ທັນວາ ປີ 2021 ມານີ້ ແລະ ແມ່ນການເພີ່ມຂຶ້ນແຮງທີ່ສຸດໃນຮອບເວລາ 27 ປີ ຜ່ານມາ, ນຳດອກເບ້ຍຂອງ ອັງກິດ ຢູ່ໃນລະດັບສູງສຸດ ນັບແຕ່ທ້າຍປີ 2008 ມານີ້.
ສະກຸນເງິນ ອັງກິດ (ພາບ: AFP/TTXVN) |
ວັນທີ 04 ສິງຫາ, ທະນາຄານສູນກາງ ອັງກິດ (BOE) ໄດ້ຕັດສິນໃຈເພີ່ມອັດຕາດອກເບ້ຍຂຶ້ນເປັນ 1,75% ເພື່ອແນໃສ່ແກ້ໄຂສະພາບຄ່າຄອງຊີບເພີ່ມຂຶ້ນສູງ, ໂດຍບໍ່ຫົວຊາຕໍ່ສະພາບການທີ່ວ່າ ພື້ນຖານເສດຖະກິດພວມມີທ່າອ່ຽງຖືກຊຸດໂຊມ. ນີ້ແມ່ນການເພີ່ມອັດຕາດອກເບ້ຍເທື່ອທີ 6 ນັບແຕ່ເດືອນ ທັນວາ ປີ 2021 ມານີ້ ແລະ ແມ່ນການເພີ່ມຂຶ້ນແຮງທີ່ສຸດໃນຮອບເວລາ 27 ປີ ຜ່ານມາ, ນຳດອກເບ້ຍຂອງ ອັງກິດ ຢູ່ໃນລະດັບສູງສຸດ ນັບແຕ່ທ້າຍປີ 2008 ມານີ້.
ໄພເງິນເຟີ້ຢູ່ ອັງກິດ ໄດ້ເພີ່ມຂຶ້ນ 9,4% ໃນເດືອນ ມິຖຸນາ 2022 ແລະ ຄາດວ່າຈະຂຶ້ນເຖິງ 13% ໃນທ້າຍປີນີ້ ເມື່ອພື້ນຖານເສດຖະກິດອາດຈະຊຸດໂຊມ. ການກະທຳເພີ່ມດອກເບ້ຍຢ່າງເດັດຂາດຂອງ ທະນາຄານ BOE ໄດ້ເຮັດໃຫ້ການຄວບຄຸມເງິນຕາຢ່າງແໜ້ນແຟ້ນຂອງທະນາຄານນີ້ ຫຍັບເຂົ້າໃກ້ກັບທ່າອ່ຽງ ໂດຍ ທະນາຄານສະສົມເງິນຕາຕ່າງປະເທດ ສະຫະລັດ ອາເມລິກາ (FED) ແລະ ທະນາຄານສູນກາງເອີຣົບ (ECB) ວາງອອກ ເມື່ອສອງອົງການນີ້ ກໍໄດ້ເພີ່ມດອກເບ້ຍຂຶ້ນ.