ທະນາຄານໂລກອຸປະຖຳໃຫ້ການຜັນຂະຫຍາຍໂຄງການຂຽວ-ສະອາດ-ສວຍງາມຢູ່ ເກີນເທີ
ໂຄງການ ຂຽວ - ສະອາດ - ສວຍງາມ ປີ 2017
(ພາບ: TTXVN)
(vovworld) - ວັນທີ 21/02 ທີ່ການເຮັດວຽກກັບຄະນະກຳມະການປະຊາຊົນນະຄອນ ເກີນເທີ ແລະ ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງນະຄອນກ່ຽວກັບສະພາບການຜັນຂະຫຍາຍໂຄງການ ຂຽວ - ສະອາດ - ສວຍງາມ ປີ 2017, ທ່ານ ເຈີ່ນມີງຟ໋າດ ຮອງຜູ້ອຳນາຍການຄະນະຄຸ້ມຄອງໂຄງການໜູນຊ່ວຍພັດທະນາທາງການ (ODA) ນະຄອນ ເກີນເທີ ໃຫ້ຮູ້ວ່າ: ທະນາຄານໂລກອຸປະຖຳເງິນຈຳນວນ 500.000 USD ໃຫ້ ເກີນເທີ ເພື່ອຜັນຂະຫຍາຍໂຄງການ ຂຽວ - ສະອາດ - ສວຍງາມ ຂຶ້ນກັບໂຄງການຍົກລະດັບຕົວເມືອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ໂຄງການຂະໜາດນ້ອຍນະຄອນ ເກີນເທີ ໃນບໍລິເວນ 4 ເມືອງ. ບັນດາການເຄື່ອນໄຫວຂອງໂຄງການຂຽວ - ສະອາດ - ສວຍງາມ ມຸ່ງໄປເຖິງການສ້າງສະພາບແວດລ້ອມແຫ່ງການໜູນຊ່ວຍສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດຂອງ ເກີນເທີ. ໂຄງການຈະຊ່ວຍ ເກີນເທີ ສົ່ງເສີມສຸຂະພາບ, ເງື່ອນໄຂດຳລົງຊີວິດຂອງປະຊາຊົນຢູ່ເຂດຕົວເມືອງທີ່ຂຶ້ນກັບບໍລິເວນຂອງໂຄງການ, ສ້າງສິ່ງແວດລ້ອມຂຽວ, ສະອາດ, ສວຍງາມ ໂດຍຜ່ານບັນດາການເຄື່ອນໄຫວປັບປຸງເງື່ອນໄຂດຳລົງຊີວິດ, ເງື່ອນໄຂອະນາໄມສິ່ງແວດລ້ອມ, ນຳໃຊ້ບັນດາກິດຈະກຳພື້ນຖານໂຄງລ່າງ, ກິດຈະກຳສັງຄົມຢ່າງໝັ້ນຄົງ.