ທະນາຄານໂລກໜູນຊ່ວຍຫວຽດນາມປັບປຸງ,ຍົກສູງຄວາມປອດໄພຢູ່ບັນດາຝາຍຊົນລະປະທານ
(ພາບປະກອບ)
(vovworld) – ວັນທີ 16/12 ທະນາຄານໂລກປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຄະນະຜູ້ອຳນວຍການຝ່າຍບໍລິຫານກຸ່ມທະນາຄານໂລກ ຫາກໍ່ຮັບຮອງເອົາບ້ວງເງິນສິນເຊື່ອໜູນຊ່ວຍ ຫວຽດນາມ ທີ່ມີມູນຄ່າ 415 ລ້ານ USD. ຕາມນັ້ນແລ້ວ, ຊາວ ຫວຽດນາມ ປະມານ 6,8 ລ້ານຄົນ ຈະໄດ້ຮັບຜົນປະໂຫຍດໂດຍກົງຈາກການປັບປຸງ, ຍົກລະດັບຄວາມປອດໄພໃຫ້ຝາຍຊົນລະປະທານປະມານ 450 ແຫ່ງ. ນອກຈາກນັ້ນ ປະມານ 2,7 ລ້ານຄົນພວມດຳລົງຊີວິດຂຶ້ນກັບເຂດຝາຍຊົນລະປະທານນີ້, ຕົ້ນຕໍແມ່ນຜ່ານການຜະລິດກະສິກຳ ແລະ ການປະມົງ, ສະໜອງນ້ຳ …ຄຽງຂ້າງການປັບປຸງຝາຍ, ໂຄງການກໍໜູນຊ່ວຍລັດຖະບານ ຫວຽດນາມ ປະຕິບັດຂອບເຂດທີ່ມີຄວາມໝັ້ນຄົງ ເພື່ອຮັບປະກັນຄວາມປອດໄພໃຫ້ຝາຍຊົນລະປະທານທົ່ວລະບົບ ໂດຍຜ່ານມາດຕະຖານດ້ານເຕັກນິກ ແລະ ການຄຸ້ມຄອງ, ລະບຽບຫລັກການ, ແນະນຳ ແລະ ແຜນຕຳລານຳໃຊ້ໃນທົ່ວລະບົບຝາຍຊົນລະປະທານ.