ທ່ານຫງວຽນເຕີນຢຸງກ່າວຄຳເຫັນທີ່ກອງປະຊຸມ
(ພາບ:hanoimoi.com.vn)
(vovworld)- ຕອນເຊົ້າວັນທີ 26/6, ຢູ່ຮ່າໂນ້ຍ, ກະຊວງພາຍໃນໄດ້ຈັດກອງປະຊຸມສະຫລຸບໂຄງການທົດລອງຄັດເລືອກນັກປັນຍາຊົນໜຸ່ມ, ດີເດັ່ນ, ຈົບຈາກມະຫາວິທະຍາໄລ 600 ຄົນ ເປັນຮອງປະທານຄະນະກຳມະການປະຊາຊົນຕາແສງ ຂຶ້ນກັບ 63 ເມືອງທຸກຍາກ. ພາຍຫລັງເຮັດວຽກມາເປັນເວລາ 1 ປີ, ບັນດາຮອງປະທານຄະນະກຳມະການປະຊາຊົນຕາແສງໜຸ່ມລ້ວນແຕ່ປະຕິບັດໜ້າທີ່ໄດ້ຮັບການມອບໝາຍສຳເລັດ. ຫລາຍຄຳເຫັນ, ຂໍ້ສະເໜີຂອງເຂົາເຈົ້າໄດ້ຮັບການນຳໃຊ້ໃນຕົວຈິງ, ໄດ້ຮັບການສະໜັບສະໜູນ, ເຫັນດີເຫັນພ້ອມຈາກປະຊາຊົນ, ປະກອບສ່ວນຍູ້ແຮງການຜະລິດ, ຍົກສູງຊີວິດວັດທະນະທຳ, ຈິດໃຈຂອງປະຊາຊົນ, ໂດຍສະເພາະແມ່ນປະຊາຊົນຊົນເຜົ່າສ່ວນໜ້ອຍຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກ.
ນັກປັນຍາຊົນໜຸ່ມແລກປ່ຽນກັບປະຊາຊົນ
(ພາບ:doanthanhnien.vn)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກວ່າ:
“ຂ້າພະເຈົ້າແບ່ງປັນຄວາມຫຍຸ້ງຍາກ ແລະ ຊົມເຊີຍຈິດໃຈຫ້າວຫັນ, ສຸດອົກສຸດໃຈຂອງບັນດາພະນັກງານໜຸ່ມ ເມື່ອໄດ້ຮັບໜ້າທີ່ຢູ່ບ່ອນທີ່ທຸກຍາກລຳບາກ. ເມື່ອເປັນພະນັກງານຕາແສງ, ຕ້ອງກຳແໜ້ນໜ້າທີ່ພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ, ຕ້ອງຄົ້ນຄ້ວາບັນດານະໂຍບາຍຂອງພັກ, ລັດກ່ຽວກັບຂົງເຂດທີ່ຕົນຮັບຜິດຊອບ, ຈາກນັ້ນຍົກສູງຄວາມຮັບຜິດຊອບ, ມີຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນໃນການປະຕິບັດງານ ແລະ ຍົກອອກຂໍ້ສະເໜີ, ຄຳເຫັນເພື່ອປະຕິບັດວຽກງານໃຫ້ສຳເລັດ. ທີສອງແມ່ນບັນດາພະນັກງານໜຸ່ມຕ້ອງມີຄວາມຖະໜອມຖ່ອມຕົວ, ຕິດພັນກັບໝູ່ຄະນະ, ກັບປະຊາຊົນ, ຮັບຟັງຄຳເຫັນຂອງປະຊາຊົນເພື່ອຍົກອອກຂໍ້ສະເໜີ, ບັນດາວຽກງານລະອຽດ, ແທດຈິງ”