ທະ​ຫານ ລີ​ບັງ ຖະ​ແຫຼງ​ສະ​ພາບ​ການ​​ເຕືອນໄພ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ກັບ ອິດ​ສະ​ຣາ​ແອນ

(VOVWORLD) -

ຖະແຫຼງການໄດ້ຍົກອອກມາເມື່ອວັນທີ 21 ມັງກອນ, ໃນສະພາບການ ກຳລັງ ອິດສະຣາແອນ ໄດ້ມຸ້ງໄປເຖິງມໍ່ກັບຮົ້ວເຕັກນິກ ລະຫວ່າງ ອິດສະຣາແອນ ແລະ ລີບັງ.


ທະ​ຫານ ລີ​ບັງ ຖະ​ແຫຼງ​ສະ​ພາບ​ການ​​ເຕືອນໄພ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ກັບ ອິດ​ສະ​ຣາ​ແອນ - ảnh 1(ພາບ: TTXVN)

   ວັນທີ 21 ມັງກອນ, ບັນດາລົດດູດ ແລະ ທະຫານ ອິດສະຣາແອນ ໄດ້ມຸ້ງໄປເຖິງຮົ້ວຢູ່ຮ່ວມມພູ Hounin ໃນທາງທິດໃຕ້ຂອງ ລີບັງ. ກ່ອນໜ້ານັ້ນ, ວັນທີ 19 ມັງກອນ, ທະຫານ ອິດສະຣາແອນ ໄດ້ສະກັດກັ້ນລົດດູດທະຫານຂອງ ອິດສະຣາແອນ ຈຳນວນໜຶ່ງ ທີ່ໄດ້ຂູດດິນຢູ່ເຂດນີ້ ພາຍຫຼັງທີ່ລົດດັ່ງກ່າວ ໄດ້ຜ່ານທາງຂຽວ  2 ແມັດ.

ກຳລັງຂອງຝ່າຍຮັກສາສັນຕິພາບ ສປຊ (UNIFIL) ໄດ້ຖືກສົ່ງໄປຍັງທາງຂຽວ ເພື່ອສະກັດກັ້ນຄວາມເຄັ່ງຕຶງປິ້ນຂັ້ນໄດ. ລີບັງ ແລະ ອິດສະຣາແອນ ບໍ່ມີການພົວພັນທາງການທູດ, ປະຈຸບັນ, ການເຄື່ອນໄຫວລາດຕາເວັນເຂດຊາຍແດນລະຫວ່າງສອງປະເທດ ໂດຍກຳລັງຂອງ ສປຊ ຮັບຜິດຊອບ.

ຕອບກັບ

ຂ່າວ/ບົດ​ອື່ນ