ທະຫານກະບົດ IS ປະຫານຊີວິດຕົວປະກັນອັງກິດຄົນໜຶ່ງ
David Haines ໃນVIDEO ຕອນໜຶ່ງ
(ພາບ: BBC)
(vovworld) - ວັນທີ 13/9, ກຸ່ມທະຫານກະບົດແຫ່ງລັດອິດສະລາມ (IS) ຢູ່ອີຣັກ ແລະ ຊີຣີ ໄດ້ປະກາດ VIDEO ຕອນໜຶ່ງທີ່ຖ່າຍທຳກ່ຽວກັບການ ປະຫານຊີວິດເຈົ້າໜ້າທີ່ກູ້ຊ່ວຍຊາວອັງກິດ David Haines. ນີ້ແມ່ນການປະຫານຊີວິດທີສາມຕາມແບບນີ້ ໂດຍກຸ່ມ IS ດຳເນີນໃນສອງສາມສັບປະດາຜ່ານມາ. VIDEO ກໍ່ໃຫ້ຮູ້ວ່າ, ການປະຫານຊີວິດນີ້ແມ່ນເພື່ອແນໃສ່ໂຕ້ຕອບເລື່ອງທ່ານນາຍົກລັດຖະມົນຕີອັງກິດ David Cameroon ຮ່ວມສຳພັນກັບລັດຖະບານອີຮັກ ແລະ ກຳລັງຊາວ Kurd ຢູ່ພາກເໜືອ ເພື່ອຕ້ານຄືນ IS. ນອກນັ້ນ, IS ກໍ່ກ່າວເຕືອນຈະປະຫານຊີວິດຕົວປະກັນອື່ນອີກນັ້ນແມ່ນ Alan Henning, ຖ້າຫາກລັດຖະບານອັງກິດ ສືບຕໍ່ໜູນຊ່ວຍບັ້ນຮົບຕ້ານຄືນກຳລັງນີ້.