ທະຫານປະສົມ NATO ສິ້ນສຸດໜ້າທີ່ຕໍ່ສູ້ຢູ່ອາບການິດສຖານ ຢ່າງເປັນ ທາງການ

ທະຫານປະສົມ NATO ສິ້ນສຸດໜ້າທີ່ຕໍ່ສູ້ຢູ່ອາບການິດສຖານ ຢ່າງເປັນ ທາງການ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທີ 08/12, ອາ​ເມ​ລິ​ກາ ​ແລະ ອົງການ NATO ​ໄດ້​ສິ້ນ​ສຸດ​ໜ້າ​ທີ່​ຕໍ່ສູ້​ຢູ່​ອາບ​ກາ​ນິດ​ສຖານ, ພາຍ​ຫຼັ​ງ​​​ 13 ປີ ທີ່​ສູ້​ຮົບ​ຢູ່​ປະ​ເທດ​ນີ້, ​ແນ​ໃສ່​ໂຄ່ນ​ລົ້ມ​ລັດຖະບານ​ໂດຍ Taliban ນຳ​ໜ້າ. ກອງ​ບັນຊາ​ການ​ກຳລັງ​ໜູນ​ຊ່ວຍ​ຄວາມ​ສະຫງົບສາກົນ (ISAF) ຂອງ​ NATO, ຮັບຜິດຊອບ​ບັນດາການ​ເຄື່ອນ​ໄຫວ​ສູ້​ຮົບ, ​ໄດ້​ຊັກທຸງລົງ, ສິ້ນ​ສຸດ​ການ​ຜັນ​ຂະຫຍາຍ​ການ​ທະຫານ​ຢູ່​ອາບ​ກາ​ນິດ​ສຖານ ຢ່າງ​ເປັນ​ທາງ​ການ. ນາຍ​ພົນ​ອາ​ເມ​ລິ​ກາ F.Cambell, ຜູ້​ບັນຊາ​ການ​ບັນດາ​ກຳລັງ​ອາ​ເມ​ລິ​ກາ ​ແລະ NATO ຢູ່​ອາບ​ກາ​ນິດ​ສຖານ ​ໃຫ້​ຮູ້​ວ່າ, ໜ້າ​ທີ່​ຂອງ ISAF ​ແມ່ນ​ສືບ​ຕໍ່​ຝຶກ​ອົບ​ຮົມ ​ແລະ ໜູນ​ຊ່ວຍ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອາບ​ກາ​ນິດສ​ຖານ. ທ່ານ​ນາຍ​ພົນ Cambell ​ແລ້ວ, ​ປະຈຸ​ບັນ​ບັນດາ​ກຳ​ລັງ ອາບ​ກາ​ນິດ​ສຖານ ມີ​ຄວາມ​ສາມາດ​ຢ່າງ​ພຽງ​ພໍ່​ເພື່ອຮັບຜິດຊອບ​ໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ປະ​ເທດ​ຊາດ​ແລ້ວ, ​ໃນ​ຄວາມ​ຈິງ​​ແມ່ນ​ໄດ້​ຊີ້​ນຳ​ການ​ຕໍ່ສູ້​ຕ້ານ Taliban ​ນັບແຕ່​ກາງ​ປີ 2013.

        ​ເລື່ອງ​ສິ້ນ​ສຸດ​ໜ້າ​ທີ່​ຕໍ່ສູ້​ຂອງ​ພັນທະ​ມິດສາ​ກົນ​ຢູ່​ອາບ​ກາ​ນິດ​ສຖານ ດຳ​ເນີນ​ໄປ​​ໃນ​ສະພາບ Taliban ພວມ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ອຳນາດ​ການ​ປົກຄອງ Kabul. ວັນ​ທີ 08/12, ຢ່າງ​ໜ້ອຍ​ສຸດ​ມີ 11 ຄົນ​ເສຍ​ຊີ​ວິດ ​ແລະ 7 ຄົນ​ຖືກ​ບາດ​ເຈັບ ​ເມື່ອ​ບັນ​ດາ​ມື​ປືນ Taliban ​ແລະ ຜູ້ວາງ​ລະ​ເບີດ​ສະຫຼະ​ຊີບ ບຸກ​ໂຈມຕີ​ສຳ​ນັກງານ​ລັດຖະບານຢູ່​ແຂວງ Kandehar, ທາງ​ພາກ​ໃຕ້ ອາບ​ກາ​ນິດ​ສຖານ.

ຂ່າວ/ບົດ​ອື່ນ