(vovworld) - ວັນທີ 09/10, ທະຫານປະສົມໂດຍ ຊະອຸດີອາຣາເບຍ ນຳໜ້າ ໄດ້ຖະແຫຼງພ້ອມກັບບັນດານັກຊ່ຽວຊານອາເມລິກາ ເປີດການສືບສວນໂດຍທັນທີກ່ຽວກັບເຫດບຸກໂຈມຕີທາງອາກາດ ແນ່ໃສ່ງານສົບຢູ່ນະຄອນຫຼວງ Sanaa ຢູ່ Yemen ກ່ອນນັ້ນ 1 ວັນ ທີ່ເຮັດໃຫ້ກວ່າ 140 ຄົນເສຍຊີວິດ ແລະ 525 ຄົນຖືກຮັບບາດເຈັບ. ຖະແຫຼງການຊີ້ແຈ້ງວ່າ, ພັນທະມິດພ້ອມແລ້ວທີ່ຈະສະໜອງໃຫ້ກຸ່ມສືບສວນບໍ່ວ່າຂໍ້ມູນຂ່າວສານໃດໆທີ່ກ່ຽວຂ້ອງເຖິງບັນດາບັ້ນຮົບຢູ່ເຂດເກີດເຫດການ ແລະ ບັນດາເຂດອ້ອມຂ້າງ. ກ່ອນໜ້ານັ້ນ, ເວັບໄຊເອລັກໂຕນິກສະໜັບສະໜູນທະຫານກະບົດ Houthi sabanews.net ໄດ້ກ່າວຫາບັນດາເຮືອບິນຂອງທະຫານປະສົບ ອາຣັບ ເຊິ່ງໄດ້ບຸກໂຈມຕີທາງອາກາດໃສ່ເຂດພາກໃຕ້ Sanaa, ເຊິ່ງແມ່ນແຫ່ງທີ່ມີນັບຮ້ອຍຄົນພວມເຂົ້າຮ່ວມພິທີງານສົບຂອງຜູ້ຮັກສາການລັດຖະມົນຕີການຊວງພາຍໃນທີ່ຈົ່ງຮັກພັກດີກັບພວກກະບົດ Houthi Jalal al Ruwaishan. ນີ້ແມ່ນໜຶ່ງໃນບັນດາການບຸກໂຈມຕີທາງອາກດທີ່ມີຈຳນວນຜູ້ເສຍຊີວິດຫຼາຍກວ່າໝູ່ ນັບແຕ່ພັນທະມິດການທະຫານ ອາຣັບ ດຳເນີນການບຸກໂຈມຕີທາງອາກາດຕ້ານພວກກະບົດ Houthi ຢູ່ Yemen ເມື່ອເດືອນ 03/2015.