ທະຫານລັດຖະບານຊີຣີເພີ່ມທະວີການບຸກໂຈມຕີທາງອາກາດເລັ່ງໃສ່ທະຫານແຕກທັບຢູ່Allepo

ທະຫານລັດຖະບານຊີຣີເພີ່ມທະວີການບຸກໂຈມຕີທາງອາກາດເລັ່ງໃສ່ທະຫານແຕກທັບຢູ່Allepo - ảnh 1
ເຂດຊານນະຄອນ Allepo
(ພາບ: AFP/TTXVN)

(vovworld) – ວັນ​ທີ 6/8, ທະຫານ​ອາກາດ ຊີຣີ ​ໄດ້​ເພີ່ມ​ທະວີ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເລັ່ງ​ໃສ່​ກຳລັງ​ທະຫານ​ແຕກ​ທັບ​ຢູ່​ເຂດ​ທາງ​ທິດ​ເໜືອ​ຂອງ​ນະຄອນ Allepo, ຈາກ​ນັ້ນ​ໄດ້​ສະກັດ​ກັ້ນ​​ເສັ້ນທາງຕ່າງໆ​ທີ່​ບັນດາ​ກຸ່ມ​ປະກອບ​ອາວຸດ​ສາມາດ​ສວຍໃຊ້​ເພື່ອ​ມ້າງ​ທຳລາຍ​ການ​ປິດ​ລ​້ອມຂອງ​ທະຫານ​ລັດຖະບານ. ບັນດາ​ການ​ບຸກ​ໂຈມ​ຕີ​ໄດ້​ມ້າງ​ທຳລາຍ​ຍານພາຫະນະ​ໄປ​ມາ​ນັບ​ສິບໆ​ຄັນ​ຂອງ​ທະ​ຫານ​ແຕກ​ທັບ​ຢູ່​ທາ​ງພາກ​ຕາ​ເວັນ​ອອກ Allepo. ບັນດາ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ກໍ່​ປະກອບສ່ວນ​ໜູນ​ຊ່ວຍ​ບັນດາ​ບັ້ນ​ຮົບ​ທາງບົກ​ໂດຍ​ທະຫານ ຊີຣີ ຮັບຜິ​ດຊອບ​ເພື່ອ​ຮັບ​ມື​ກັບ​ກຳລັງ​ທະຫານ​ປະແຕກທັບ.

        ຊີຣີ ​ໄດ້​ຍູ້​ແຮງ​ບັນດາ​ບັ້ນ​​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ພາຍຫຼັງ​ທີ່​ທະຫານ​ແຕກ​ທັບ​ຢູ່​ພາຍ​ໃນ Allepo ​ໃນ​ວັນ​ດຽວ​ກັນ​ໄດ້​ເປີດ​ການ​ບຸກ​ໂຈມ​ຕີ ​ແລະ ຢຶດຄອງ​ຖານ​ທີ່​ໝັ້ນ​ການ​ທະຫານ​ສຳຄັນບາງ​​ແຫ່ງ. ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ຍັງ​ຄົງ​ເກີດຂຶ້ນ​ຢູ່​ບັນດາ​ຖານ​ທີ່​ໝັ້ນ​ການ​ທະຫານ​ຢູ່​ພາກ​ໃຕ້ Allepo ​ແລະ ທະຫານ​ລັດຖະບານ​ພວມ​ສະກັດ​ກັ້ນ​ທະຫານ​ແຕກ​ທັບ​ໄປ​ໄກ​ກ່ວາ.



ຂ່າວ/ບົດ​ອື່ນ