(vovworld) - ຕອນເຊົ້າວັນທີ 08/08, ຢູ່ນະຄອນທ໋າຍບິ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳແຂວງ ທ໋າຍບິ່ງ. ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ລັດຖະບານຈະໜູນຊ່ວຍຢ່າງທັນການ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ທ໋າຍບິ່ງ ກັບຄືນສູ່ຄວາມເປັນປົກກະຕິ ແລະ ຟື້ນຟູການຜະລິດພາຍຫຼັງລູກພະຍຸຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງ ສືບຕໍ່ຍູ້ແຮງການຫັນປ່ຽນອົງປະກອບການຜະລິດກະສິກຳ, ຕິດພັນກັບການຮັບມື້ກັບການປ່ຽນແປງຂອງດິນຟ້າອາກາດ, ; ນຳໃຊ້ວິທະຍາສາດ, ເຕັກໂນໂລຊີເຂົ້າໃນການຜະລິດຢ່າງແຮງ.
ແລະໃນການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານພິທີລົງນາມການຮ່ວມມືລະຫວ່າງຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ທ໋າຍບິ່ງ ກ່ຽວກັບການໜູນຊ່ວຍ, ສ້າງເງື່ອນໄຂໃຫ້ບັນດາການເຄື່ອນໄຫວຂອງວິສາຫະກິດໃນບໍລິເວນແຂວງ ທ໋າຍບິ່ງ.