ທ່ານ Biden ສືບຕໍ່ນຳໜ້າທ່ານ D.Trump ໃນການສຳຫລວດຄັ້ງຫຼ້າສຸດ

(VOVWORLD) -  ຜົນການສຳຫລວດຂອງ Reuters/Ipsos ໄດ້ສະແດງໃຫ້ເຫັນວ່າ ທ່ານ Joe Biden ຜູ້ສະໝັກຮັບເລືອກຕັ້ງພັກປະຊາທິປະໄຕ ພວມລື່ນກາຍທ່ານປະທານາທິບໍດີ ອາເມລິກາ Donald Trump ດ້ວຍ 8 ຄະແນນ ຈາກກຸ່ມຜູ້ມີສິດເລືອກຕັ້ງໄດ້ຈົດທະບຽນໄປປ່ອນບັດ.
ທ່ານ Biden ສືບຕໍ່ນຳໜ້າທ່ານ D.Trump ໃນການສຳຫລວດຄັ້ງຫຼ້າສຸດ - ảnh 1ທ່ານ Biden ສືບຕໍ່ນຳໜ້າທ່ານ D.Trump ໃນການສຳຫລວດຄັ້ງຫຼ້າສຸດ (ພາບ: CNN) 

ລະອຽດແມ່ນ ທ່ານ Joe Biden ມີສຽງສະໜັບສະໜູນແມ່ນ 46% ໃນຂະນະທີ່ສຽງສະໜັບສະໜູນທ່ານ Trump ແມ່ນ 38%. 16% ທີ່ຍັງເຫຼືອນັ້ນ ແມ່ນການລັ່ງເລໃຈ ຫຼື ຈະສະໜັບສະໜູນຜູ້ສະໝັກຮັບເລືອກຕັ້ງຂອງພັກອື່ນໆ ຫຼືວ່າ ຈະບໍ່ໄປປ່ອນບັດ. ຜູ້ມີສິດເລືອກຕັ້ງທີ່ພວມລັ່ງເລໃຈ 61% ນັ້ນ ເຂົາເຈົ້າໃຫ້ຮູ້ວ່າ ຈະສະໜັບສະໜູນທ່ານ Joe Biden ຖ້າຕ້ອງມມີການເລືອກເຟັ້ນ ໃນຂະນະທີ່ຜູ້ສະໜັບສະໜູນທ່ານ Donald Trump ມີພຽງແຕ່ແມ່ນ 39% ເທົ່ານັ້ນ. 2/3 ຈຳນວນຜູ້ມີສິດເລືອກຕັ້ງດັ່ງກ່າວ ໃຫ້ຮູ້ວ່າ: ເຂົາເຈົ້າບໍ່ສະໜັບສະໜູນວິທີການບໍລິຫານຂອງທ່ານ Donald Trump ແລະ ຖືວ່າ: ປະເທດ ອາເມລິກາ ພວມໄປເຂວທິດ, ໃນຂະນະນັ້ນຜູ້ມີສິດເລືອກຕັ້ງ 62% ຖືວ່າ: ພື້ນຖານເສດຖະກິດ ອາເມລິກາ ພວມເດີນອອກນອກວົງໂຄຈອນ.

ຕອບກັບ

ຂ່າວ/ບົດ​ອື່ນ