ທ່ານ Diosdado Cabello, ຮັບເລືອກຕັ້ງເປັນປະທານສະພາ Venezuela ອີກສະໄໝໜຶ່ງ

ທ່ານ Diosdado Cabello, ຮັບເລືອກຕັ້ງເປັນປະທານສະພາ Venezuela ອີກສະໄໝໜຶ່ງ - ảnh 1
ທ່ານDiosdado Cabelloປະທານສະພາແຫ່ງຊາດ Venezuela  Diosdado
(ພາບ: AFP)


Vovworld- ວັນ​ທີ 6/1, ທ່ານ Diosdado Cabello, ຊຶ່ງ​ເປັນ​ບຸກຄົນພັນທະ​ມິດຂອງ​ປະທານາທິບໍດີ Hugo Chavez ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້​ຄືນ​ໃໝ່. ຕາມ​ລັດຖະທຳ​ມະນູນ ​Venezuela ​ແລ້ວ, ປະທານ​ສະພາ​ແຫ່ງ​ຊາດ ຈະ​ກຳ​ອຳນາດ​ຊົ່ວຄາວ​ໃນກໍລະນີ ປະທານາທິບໍດີ ບໍ່​ສາ​ມາດ​ບໍລິຫານວຽກ​ງານ​ຂອງ​ປະ​ເທດ​ຊາດ​ໄດ້. ຕໍ່​ຈາກ​ນັ້ນ, ປະທານ​ສະພາ​ແຫ່ງ​ຊາດ ຈະ​ຕົກລົງ​ດຳ​ເນີນ​ການ​ເລືອກ​ຕັ້ງ ປະທານາທິບໍດີຄົນ​ໃໝ່​ໃນ​ຮອບ​ເວລາ 30 ວັນ. ​ແຕ່​ວ່າ ພາຍຫຼັງ​​ໄດ້ຮັບ​​ເລືອກ​ຕັ້ງ​ເປັນ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ Diosdado Cabello ​ໄດ້​ຢືນຢັນ​ວ່າ ປະທານາທິບໍດີ Hugo Chavez ຈະ​ສືບ​ຕໍ່​​ເຮັດ​ວຽກ​ໃນ​ອາຍຸ​ການ​ໃໝ່ ນັບ​ທັງເລື​ອ່ງບໍ່​ດຳ​ເນີນ​ພິທີ​ສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງຕໍ່ໜ້າ​ສະພາ​ແຫ່ງ​ຊາດ​​ໃຫ້ຖືກກັບ​ກຳນົດ​ເວລາ. ຕາມ​ແຈ້ງ​ການ​ຫຼ້າ​ສຸດ​ຂອງລັດຖະບານ Venezuela, ປະທານາທິບໍດີ Hugo Chavez ຖືກພະຍາດປອດ​ອັກ​ເສບ​ໜັກ. ຕາມ​ວົງ​ການ​ແພດ​ໝໍ​ແລ້ວ, ດ້ວຍ​ອາການ​ເຈັບ​ເປັນ​ດັ່ງກ່າວ, ປະທານາທິບໍດີ Hugo Chavez ຍາກ​ທີ່​ຈະ​ປະຕິບັດ​ງານ​ໃນ​ອາຍຸ​ການ​ໃໝ່​ໄດ້ .

 

 

 

 

ຂ່າວ/ບົດ​ອື່ນ