(vovworld) - ຕອນຄໍ່າວັນທີ 30/07, ຄະນະກຳມະການເລືອກຕັ້ງ ປາກິດສຖານ (ECP) ໄດ້ປະກາດຜູ້ອອກສະໝັກຮັບເລືອກຕັ້ງຂອງພັກກຳອຳນາດສະຫະພັນມຸດສະລິມ ປາກິດສຖານ (PML - N) ທ່ານ Hamnoon Hussain ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຜູ້ທີ 12 ຂອງປະເທດນີ້. ໝາກຜົນຂອງການນັບບັດເລືອກຕັ້ງໃຫ້ເຫັນວ່າ ທ່ານ Hussain ຍາດໄດ້ບັດເລືອກຕັ້ງ 432 ບັດ, ໃນຂະນະທີ່ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກ PTI, ພັກໃຫຍ່ອັນດັບ 3 ໃນສະພາແຫ່ງຊາດ ແມ່ນອະດີດຜູ້ພິພາກສາສານສູງສຸດປາກິດສຖານ ທ່ານ Wajihuddin Ahmed ຍາດໄດ້ພຽງ 77 ບັດເທົ່ານັ້ນ. ຄາດວ່າ ທ່ານ Hussain ຈະຮັບດຳລົງຕຳແໜ່ງໃນວັນທີ 9 ກັນຍາ.
ນີ້ແມ່ນໄຊຊະນະສຳຄັນຕໍ່ໄປຂອງພັກ PML – N ກຳອຳນາດພາຍຫຼັງໄຊຊະນະ ໃນການເລືອກຕັ້ງຄັ້ງໃຫຍ່ເມື່ອເດືອນພຶດສະພາ ຜ່ານມາ, ພັກ PML – N ຂອງທ່ານນາຍົກລັດຖະມົນຕີ Sharif ຍາດໄດ້ທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດ ກໍຄືສະພານິຕິບັດຍັດແຂວງ Punjab ແຂວງທີ່ມີຈຳນວນປະຊາກອນຫຼາຍກວ່າໝູ່ຢູ່ປາກິດສຖານ.